ນ້ຳ­ຕົກ­ຕາດ​ສະຫມອງ​ພາກ

ຈາກ ວິກິພີເດຍ

​ນ້ຳ­ຕົກ­ຕາດ​ສະຫມອງ​ພາກ ເຊິ່ງ​ມີ​ຄວາມ​ງາມ​ບໍ່ນ້ອຍ​ຫນ້າ ນ້ຳ­ຕົກ­ຕາດ​ແສ​ຟ້າ​ແຕ່ຢ່າງ­ໃດ ເນື່ອງ​ຈາກ​ທັງ​ສອງ​ສະຖານ​ທີ່​ທ່ອງ​ທ່ຽວ​ດັ່ງ­ກ່າວ ແມ່ນລ້ວນ​ແຕ່​ກຳ­ເນີດ​ມາ​ຈາກ​ສາຍນ້ຳ​ອັນ​ດຽວ​ກັນ ລວມ​ທັງ​ຕັ້ງ​ຢູ່ທ່າມ­ກາງ​ການ​ຫຸ້ມ​ລ້ອມ​ຂອງ​ປ່າສະ­ຫງວນ​ແຫ່ງ​ຊາດ​ອັນ​ດຽວກັນ​ອີກ, ເນື່ອງ​ຈາ​ກວ່າ ນ້ຳ­ຕົກທັງ​ສອງ​ແຫ່ງ​ນີ້ມີ​ລະ­ດັບ​ນ້ຳ­ຕົກ ທີ່​ແຮງ ໂດຍ​ສະ­ເພາະ​ໃນ​ໄລ­ຍະລະ­ດູ­ຝົນ​ນີ້, ປະ­ລິ­ມານ​ນ້ຳ​ຍິ່ງ​ເພີ່ມ ຂຶ້ນ​ຫລາຍເປັນ​ອັນ­ວ່າ​ຍິ່ງ​ເພີ່ມຄວາມ​ງົດ​ງາມ​ຂຶ້ນ​ຕື່ມ​ອີກ ຖ້າ​ໃຜຫາກ​ໄປ​ທ່ຽວ​ສອງ​ສະ­ຖານ­ທີ່​ນ້ຳຕົກ​ສອງ​ແຫ່ງ​ໃນ​ໄລ­ຍະ​ນີ້​ຍິ່ງເປັນ​ການ​ດີ ຫລື ຖ້າ​ຈະ​ໄປ​ໃນຍາມ​ລະ­ດູ­ແລ້ງ​ກໍ່​ຍິ່ງ​ສະ­ດວກ ເຊິ່ງ​ກິດ­ຈະ­ກຳ​ທີ່​ປະ­ຕິ­ບັດ​ບໍ່​ພຽງ ແຕ່​ເພື່ອ​ເປັນ​ການ​ຜ່ອນ­ຄາຍ​ຈາກຄວາມ​ອິດ­ເມື່ອຍ​ເທົ່າ​ນັ້ນ ບັນ­ດາທ່ານ​ທີ່​ເຂົ້າ​ໄປ​ທ່ຽວ​ຊົມຍັງ​ສາມາດ​ສຳ­ຜັດ​ກັບ​ກິ່ນ​ອາຍ​ຂອງ​ບັນຍາ​ກາດ​ທີ່​ງຽງ​ສະ­ຫງົບສົມ­ທົບ ກັບ​ສຽງ​ຂອງ​ນ້ຳ­ຕົກ­ຕາດ​ບາດສະ​ຫມ່ຳ​ສະ­ເຫມີ​ທີ່​ຖືກ​ກະ­ທົບ​ກັບກ້ອນ​ຫີນສົ່ງ​ຟອງ​ກະ­ຈາຍ​ກວ້າງ ເຫມືອນ​ດັ່ງ​ຫມອກ​ສີ­ຂາວ​ໃນຍາມ​ເຊົ້າ​ຂອງ​ວັນ​ທີ່​ມີ​ອາ­ກາດຫນາວ​ເຢັນ ທຸກ​ຄັ້ງ​ທີ່​ໄດ້​ສຳ­ຜັດ ຖ້າ​ໄປ​ກັນ​ຫນ້ອຍ​ຄົນ​ກໍ່​ຄົງ​ບໍ່​ມີບັນ­ຍາ­ກາດ​ດີ​ປານ­ໃດ ແຕ່​ກໍ່​ຄວນກະ­ກຽມ​ທັງ​ທາງ​ອາ­ຫານ​ທ່ຽງ ແລະ ນ້ຳ​ດື່ມ ເພື່ອ​ຈະ​ໄດ້​ຊ່ວຍ​ບັນເທົາ​ໃນ​ເວ­ລາ​ເກີດ​ອາ­ການ​ຫິວຂຶ້ນ​ມາ.