ທັດສະນີຍະກຳ

ຈາກ ວິກິພີເດຍ
Wiki letter w.svg ກະລຸນາຊ່ວຍ ປັບປຸງ ບົດຄວາມ ຫຼື ພາກນີ້ ໂດຍ ການຂະຫຍາຍມັນອອກຕື່ມ.
ການສົນທະນາກັນ ອາດຈະມີ ຢູ່ ໜ້າສົນທະນາ ຫຼື ຢູ່ ຂໍໃຫ້ຂະຫຍາຍ.


ພຣະທາດຫລວງ ໄດ້ຖືກສ້າງຂຶ້ນໃນສັດຕະວັດທີ 3 ປະມານປີ ຄ.ສ 236 ໂດຍການນຳຂອງພຣະຍາ ຈັນທະບູລີ ປະສິດ ທິສັກ ພ້ອມດ້ວຍພຣະອໍຣະຫັນ 5 ອົງຄື:

1. ພຣະມະຫາ ຣັຕຕະນະເຖຣະ

2. ພຣະມະຫາ ຈຸນລະລັຕຕະນະເຖຣະ

3.ພຣະມະຫາ ສຸວັນນະປາສາທະເຖຣະ

4. ພຣະມະຫາ ຈຸນລະສຸວັນນະປາສາທະເຖຣະ

5. ພຣະມະຫາ ສັງຄະວິຊາເຖຣະ



ພຣະອໍຣະຫັນທັງ 5 ອົງນີ້ ແມ່ນພຣະສົງລາວ ເຊິ່ງໄດ້ໄປສຶກສາຢູ່ທີ່ລາຊະຄຶ ປະເທດອິນເດຍ ເມື່ອສຳເລັດການສຶກສາ ແລ້ວ ຈຶ່ງໄດ້ກັບມາພ້ອມທັງໄດ້ອັນເຊີນ ພຣະບໍຣົມ ມະສາຣິຣິກະທາດ (ກະດູກຫົວເນົ່າ) ຂອງພຣະພຸດທະເຈົ້າມານຳ. ເມື່ອ ເຖິງ ປະເທດລາວແລ້ວ ກໍໄດ້ຊັກຊວນພຣະຍາຈັນທະບູລີ ປະສິທິສັກ ຜູ້ຄອງເມືອງວຽງຈັນໃນສະໄໝນັ້ນ ພ້ອມດ້ວຍຣາຊະດອນ ເມືອງວຽງຈັນ ສ້າງພຣະທາດຂຶ້ນໜ່ວຍໜຶ່ງ ສຳລັບບັນຈຸພຣະບໍຣົມມະສາຣິຣິກະທາດນັ້ນ ໄວ້ເພື່ອເປັນບ່ອນຂາບສັກກະຣະບູ ຊາພຣະທາດ ໜ່ວຍທີ່ພຣະຍາຈັນທະບູລີ ແລະ ພຣະອໍຣະຫັນ 5 ອົງນຳພາສ້າງຂຶ້ນນັ້ນ ເປັນພຣະທາດທີ່ກໍ່ດ້ວຍຫີນ ມີຮູບລັກສະນະເປັນອຸບໂມງ ກວ້າງຂ້າງລະ 5 ວາ ໝາ 2 ວາ ລວງສູງ 4 ວາ 3 ສອກ.


ຕໍ່ມາພຣະເຈົ້າໄຊຍະເສດຖາທິລາດ ບໍຣົມມະຂັດຕິຍະວົງສາທຳມິກະຣາດ ໄດ້ສ້າງພຣະທາດໃຫຍ່ກວມພຣະທາດນ້ອຍ ໃນສັດຕະວັດທີ 16 ຈຸນລະສັງກາດ 928 ກົງກັບ ພ.ສ 2109 ຄ.ສ 1566 ກໍ່ດ້ວຍດິນຈີ່ແລະເມື່ອສ້າງເສັດແລ້ວໄດ້ໃສ່ຊື່ພຣະທາດນີ້ວ່າ ເຈດີໂລກະຈຸລະມະນີ ແຕ່ຄົນສ່ວນຫລາຍນິຍົມເອີ້ນວ່າ ພຣະທາດຫລວງ ເພາະວ່າມີພຣະທາດໜ່ວຍດຽວນີ້ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະໄດ້ສ້າງທາດນ້ອຍໄວ້ເທິງເຕົ້າທາດໃຫຍ່ຖານທີ 2 ອ້ອມທັງ 4 ດ້ານ ລວມທັງໝົດ 30 ໜ່ວຍ ທາດນ້ອຍ 30 ໜ່ວຍນີ້ເອີ້ນວ່າ ສັມມະຕິງສະປາຣະມີ ໃນທາດນ້ອຍ 30 ໜ່ວຍນີ້ ເພິ່ນໄດ້ເອົາຄຳມາຫລໍ່ເປັນຮູບທາດນ້ອຍໄດ້ 30 ໜ່ວຍ ແຕ່ລະໜ່ວຍມີນ້ຳໜັກ 4 ບາດຄຳ ແລະເອົາຄຳຈຳນວນໜຶ່ງມາຕີແຜ່ ອອກເປັນຮູບໃບລານ ເອີ້ນວ່າ ໃບລານຄຳ ໄດ້ 30 ແຜ່ນ ແລ້ວຂຽນຄຳສອນເປັນອັກສອນທັມ ໃສ່ໃບລານຄຳນັ້ນທຸກໆໃບມີຂໍ້ຄວາມດັ່ງນີ້:

ເຍ ທັມມາ ເຫຕຸບປະພະວາ ເຕສັງ ເຫຕຸງ ຕະຖາຄະໂຕ ເຕສັນຈະໂຍ ນິໂລໂທຈະ ເອວັງວາ ທິ ມະຫາສະມະໂນ[ດັດແກ້]

ແປວ່າ:ທັມທັງຫລາຍເຫລົ່າໃດ ມີເຫດເປັນທີ່ເກີດພຣະຕະຖາຄົດ ສະແດງເຫດຂອງທັມເຫລົ່ານັ້ນ ແລະ ຕ້ອງໄດ້ດັບເຫດຂອງທັມເຫລົ່ານັ້ນດ້ວຍ ເມື່ອຂຽນແລ້ວ ກໍເອົາໃບລານຄຳນັ້ນລົງຮອງ ໄວ້ໃນພື້ນທາດນ້ອຍທັງ 30 ໜ່ວຍ ການສ້າງທາດນ້ອຍໄວ້ນີ້ ແມ່ນມີຄວາມ ໝາຍໃຫ້ຮູ້ວ່າ ຜູ້ທີ່ບັນຈຸເປັນພຣະສັມມາສັມພຸດທະເຈົ້າ ຈະຕ້ອງໄດ້ສ້າງສົມຄຸນງາມຄວາມດີໃຫ້ເຖິງ 30 ປະການ ຕັ້ງແຕ່ທານະປາຣະມີ ເປັນຕົ້ນຈົນເຖິງ ອຸເປກຂາ ປາຣະມັດຖະປາຣະມີ ເປັນປະຣິໂຍສານ.


ທາດຄຳ ແລະ ໃບລານຄຳ ທີ່ກ່າວມານັ້ນດຽວນີ້ບໍ່ຍັງແລ້ວ ເພາະພວກກອງໂຈນຫໍ້ໄດ້ຂຸດຄົ້ນເອົາໄປໝົດ ໃນຄັ້ງທີ່ເຂົາໄດ້ ເຂົ້າມາຮຸກຮານປະເທດລາວ, ທາງດ້ານຕາເວັນອອກຫາຕາເວັນຕົກ ມີຄວາມຍາວດ້ານລະ 69 ແມັດ ສ່ວນດ້ານ ເໜືອຫາດ້ານໃຕ້ ມີຄວາມຍາວດ້ານລະ 68 ແມັດ ໃນຖານລຸ່ມມີໃບສີມາອ້ອມທັງ 4 ດ້ານ ມີທັງຫມົດ 323 ໃບ ແລະ ພ້ອມທັງຫໍໄຫວ້ ທັງ 4 ດ້ານ ແຕ່ລະຫໍໄຫວ້ມີຂັ້ນໃດຂຶ້ນໄປໄຫວ້ທຸກຫໍ ແຕຢູ່ທາງຫໍໄຫວ້ດ້ານຕາເວັນອອກນັ້ນ ຢູ່ພັກເທິງ ຖັດຈາກຫໍໄຫວ້ຂຶ້ນໄປ ມີທາດນ້ອຍໜ່ວຍໜຶ່ງທີ່ປະກອບດ້ວຍລວດລາຍຢ່າງຈົບງາມ ມີຫໍກວມໄວ້ສະເພາະ ຫໍກວມທີ່ວ່ານີ້ ປະກອບດ້ວຍລວດລາຍຢ່າງວິຈິດ ເປັນການສະແດງໃຫ້ເຫັນເຖິງຄວາມສີວິໄລຂອງຍຸກສະໄໝຢ່າງຈະແຈ້ງ ຖານທີສອງຕໍ່ ຈາກຖານຫໍໄຫວ້ຂຶ້ນໄປມີດ້ານລະ 46 ແມັດ ມີກາບດອກບົວໃຫຍ່ອ້ອມຮອບທັງໝົດ ມີ 120 ກາບ ຢູ່ປາຍກາບດອກບົວເພິ່ນເຮັດເປັນດູກູງ ຫລື ເສັ້ນລວດເປັນຂອບອ້ອມທັງ 4 ດ້ານແລະ ຕັ້ງໃບສີມມາ ເທິງດູກູງນັ້ນ ໃບສີມມາໃນຖານນີ້ມີທັງຫມົດ 228 ໃບ ໃນໃຈກາງຂອງໃບສີມມາທຸກໆໃບ ເພິ່ນເຮັດເປັນໂກນສຳຫລັບໃສ່ພຣະພິມໃບລະອົງ ໃນຖານນີ້ ເພິ່ນເຮັດປະຕູໂຂງໄວ້ເພື່ອເກັບຍອດປະສາດ ຖັດໃບສີມມາເຂົ້າໄປມີທາງອ້ອມຮອບທາດ ຢູ່ຕາມທາງນີ້ເອງ ເພິ່ນກໍ່ທາດນ້ອຍລຽນໄປຕາມທາງມີຈຳນວນ 30 ໜ່ວຍດັ່ງກ່າວແລ້ວ ຢູ່ເທິງກາງເຕົ້າທາດນ້ອຍທັງ 30 ໜ່ວຍນີ້ ເພິ່ນໄດ້ຂຽນຫນັງສືເປັນອັກສອນທັມ ບອກຊື່ແຕ່ລະທາດໄວ້ທຸກໆໜ່ວຍ ຊື່ຂອງແຕ່ລະທາດນັ້ນ ກໍແມ່ນເອີ້ນຕາມປາຣະມີທັງ 30 ນັ້ນເອງ ຄື ຕັ້ງແຕ່ທານະປາຣະມີໄປຈົນຄົບ 30 ທັດພໍດີຖານທີ 3 ແມ່ນຖັດຈາກທານປາຣະມີ 30 ຂຶ້ນໄປ ຖານນີ້ກວ້າງດ້ານລະ 30 ແມັດ ເຕົ້າຂອງຖານທີ 3 ນີ້ແມ່ນເປັນຫລັງເຕົ້າ ຫລື ຮູບໂອຂວ້ຳ ມີລັກສະນະຄືກັບພຣະທາດສັນຈິດ ຂອງພຣະເຈົ້າອະໂສກມະຫາຣາດໃນປະເທດອິນເດຍ ເທິງຖານຫລັງເຕົ້າ ອັນເປັນຖານຕີນຂອງຍອດທາດນັ້ນ ມີຮູບເປັນ 4 ຫລ່ຽມ ອ້ອມດ້ວຍກາບດອກບົວໃຫຍ່ ເຊິ່ງມີປາຍກາບດອກບົວບານອອກ ຖັດຈາກດອກບົວໄປເປັນເຕົ້າອີກເຕົ້າໜຶ່ງ ຈຶ່ງມີພັກເປັນຮູບໂອຂວ້ຳ ໂອຫງາຍຂຶ້ນເປັນພັກເຕົ້າສ້ວຍເຂົ້າອີກ ແລ້ວຈຶ່ງມີແອວຂັນ ຖັດຈາກແອວຂັນໄປເປັນເຕົ້າຈອມທາດ ເຕົ້ານີ້ແມ່ນມີຮູບເປັນ 4 ຫລ່ຽມເຫວີຂຶ້ນເທິງໜ້ອຍ ໜຶ່ງ ຕໍ່ຈາກເຕົ້ານີ້ ບູຮານເອີ້ນວ່າ " ເຈດີດົ້ວດວງປີພົ້ນພຸ້ງ " ຢູ່ເທິງດວງປີຈຶ່ງແມ່ນເສດຕະສັດອັນເປັນຍອດພຣະທາດ.