ຖ້ຳພະ

ຈາກ ວິກິພີເດຍ

ຖ້ຳພະ ຫລື ຖ້ຳຜາຊ້າງ: ຕັ້ງຢູ່ໃນເຂດເມືອງມະຫາໄຊ ບໍລິເວນບ້ານນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ. ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳທີ່ຕັ້ງຢູ່ເທິງໜ້າຜາ ຂອງພູເຂົາ ນັກທ່ອງທ່ຽວຕ້ອງຍ່າງຕີນຂຶ້ນໄປ ພາຍໃນເປັນຖ້ຳຂະໜາດນ້ອຍບໍ່ເລິກ ເປັນທີ່ຕັ້ງຂອງພະພຸທົດຮູບຫລວງຫລາຍ ແຕ່ທີ່ໂດດເດັ່ນທີ່ສຸດຄືອົງພະພຸດທະຮູບສະໄໝສົງຄາມໂລກ ເປັນຖ້ຳທີ່ພະສົງນິຍົມເດິນທາງມານະມັດສະການ ທາງລັດຖະບານ ຈຶ່ງອອກກົດໃຫ້ນັກທ່ອງທ່ຽວທຸກຄົນຕ້ອງຖອດເກີບ ກ່ອນເຂົ້າຖ້ຳ ສຳລັບສຸພາບສະຕີ ຕ້ອງແຕ່ງຕົວໃຫ້ຮຽບຮ້ອຍເທົ່ານັ້ນ ດ້ານໃຕ້ຂອງຖ້ຳບັງ ມີໂພງຖ້ຳທີ່ສາມາດນັ່ງເຮືອເຂົ້າໄປຊົມຫີນງອກຫີນຍ້ອຍໄດ້ອີກ ດ້ວຍມີຄວາມເລີກປະມານ 100 ແມັດ.