ຕົ້ມດອກໄຂ່

ຈາກ ວິກິພີເດຍ
ຕົ້ມດອກໄຂ່

ຕົ້ມດອກໄຂ່ (ໂຕເຕັມ: 蛋花湯; ພິນອິນ: dàn huā tāng; ແປວ່າ "ຊຸບດອກໄຂ່") ຫຼື ຊຸບດອກໄຂ່ ເປັນຊຸບຈີນທີ່ມີໄຂ່ເຊິ່ງຕີໃຫ້ແຕກໃນນຳ້ຊຸບໄກ່. ເຄື່ອງປຸງອື່ນທີ່ນິຍົມໃສ່ ແມ່ນ ພິກໄທດຳ ຫຼື ພິກໄທຂາວ, ແລະ ຜັກບັ່ວຫັ່ນລະອຽດແລະເຕົ້າຮູ້. ຈາກນັ້ນ ກໍຕື່ມໄຂ່ທີ່ຕີແລ້ວລົງໄປໃຫ້ເປັນເສັ້ນໆ ໃນນ້ຳທີ່ພວມຟົດໃນຊ່ວງສຸດທ້າຍຂອງການແຕ່ງກິນ ເພື່ອເຮັດໃຫ້ໄຂ່ເປັນສາຍບາງໆ ຫຼືກະຈາຍ ລອຍຂຶ້ນມາທາງເທິງຂອງຕົ້ມດອກໄຂ່. ຄົນໃນປະເທດໃນເອີລົບແລະປະເທດຍີ່ປຸ່ນຖືວ່າຕົ້ມດອກໄຂ່ແມ່ນຊຸບທີ່ເຮັດງ່າຍ.