ຕາດ​ຮຳ

ຈາກ ວິກິພີເດຍ

ສະ­ຖານ­ທີ່​ທ່ອງ​ທ່ຽວຫລາຍ​ແຫ່ງ​ຂອງ​ແຂວງ​ໄຊ​ຍະ​ບູລີ ມີ​ຫລາຍ​ບ່ອນ​ກໍ່​ໄດ້​ຮັບ​ການ​ຍົກລະ­ດັບ​ໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຈາກ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ຊາດ, ຄຽງ​ຄູ່​ກັນ​ນັ້ນ ກໍ່​ຍັງ​ມີທຳ​ມະ​ຊາດ​ທີ່​ຫນ້າ​ສົນ­ໃຈ​ອີກຫລາຍ​ບ່ອນ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບການ​ບູ­ລະ­ນະ​ເທື່ອ ຕາດ​ຮຳ ກໍ່​ແມ່ນຫນຶ່ງ​ໃນ​ຫລາຍໆ​ຕາດ​ທີ່​ຍັງ​ບໍ່​ທັນໄດ້​ຮັບ​ການ​ບຸກ­ເບີກ, ປົວ­ແປງ​ໃຫ້ກາຍ­ເປັນ​ບ່ອນ​ທ່ອງ​ທ່ຽວ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ຫລາຍ​ຂຶ້ນເທື່ອ.

ຕາດ​ຮຳ ເປັນ​ຕາດ​ທີ່​ເກີດ​ຂຶ້ນຕາມ​ທຳ​ມະ​ຊາດ​ມາ​ແຕ່​ດຶກ​ດຳບັນ​ຢູ່​ທີ່​ບ້ານ​ເມືອງ​ຮຳ ເມືອງ​ບໍ່ແຕນ ແຂວງ​ໄຊ​ຍະ​ບູ​ລີ ຕາດ​ດັ່ງກ່າວ​ມີ​ລັກ­ສະ­ນະ​ສູງ​ຊັນມີ​ຫີນ ເປັນ​ເຫີບນ້ຳ​ທີ່​ຕົກ­ລົງ​ມາ​ກະ­ ທົບໃສ່​ຫີນ​ເປັນ​ຊັ້ນໆ​ມີ​ລັກ­ສະ­ນະເປັນ​ອາຍ​ຟົ້ງ​ກະ­ຈາຍ​ໄປ​ທົ່ວ ເຮັດໃຫ້​ເຮົາ​ປຽກ ເມື່ອ​ຢືນ​ເບິ່ງ​ມັນດົນໆ; ສ່ວນ​ອ້ອມ​ຮອບ​ຕາດ ມີໂງ່ນ ແລະ ພະ​ລານ​ຫີນ ສະ­ຫລັບກັນ​ເປັນ​ບ່ອນ​ຢືນ​ຖ່າຍ­ຮູບ ຫລື ລົງ​ອາບ­ນ້ຳ​ໃນ​ບ່ອນ​ນັ້ນ​ກໍ່​ໄດ້ສ່ວນ​ດ້ານ​ເທິງ​ກໍ່​ມີ​ຕົ້ນ­ໄມ້​ນ້ອຍ-ໃຫຍ່ ເປັນ​ຮົ່ມ​ໃຫ້​ນັ່ງ​ຫລິ້ນ ເຊິ່ງຈະ​ມີ​ສາ­ລາ ແລະ ຕັ່ງ​ເຮັດ​ດ້ວຍປີກ​ໄມ້​ໄວ້​ໃຫ້​ທ່ານ​ນັ່ງ​ຊົມ​ນ້ຳ­ຕົກຢ່າງ​ສະ­ບາຍ, ສິ່ງ​ສຳ­ຄັນ​ທັງສອງ​ຟາກ​ຂ້າງ​ນ້ຳ­ຕົກ ຈະ​ມີ​ປ່າໄມ້​ທີ່​ປົກ​ຄຸມ​ໄປ​ດ້ວຍ​ປ່າ­ໄມ້​ສົນ ແລະ ປ່າ­ດົງ​ດິບ, ນ້ຳ​ສ່ວນ​ໃຫຍ່ ແມ່ນ​ໄຫລ​ມາ​ຈາກ​ນ້ຳ​ຫ້ວຍຫລາຍ​ສາຍ​ທີ່​ໄຫລ​ມາ​ຈາກ​ສາຍ ພູນາ​ກອກ, ນາ​ກາຍ ແລ້ວ​ໄຫລ ຜ່ານ​ບ້ານ​ເມືອງ​ຮຳ ມາ​ປ່ອງ​ລົງ ໃສ່​ບ່ອນ​ດຽວ ນັກ​ທ່ອງ​ທ່ຽວ​ມາທ່ຽວ​ຊົມ​ສ່ວນ​ຫລາຍ​ກໍ່​ຈະ​ເປັນຍາມ​ບຸນ​ສຳ­ຄັນ ຫລື ວັນ​ເສົາ​ອາທິດ, ຖ້າ​ເຮົາ​ຂີ່​ລົດ​ຈາກ​ບ້ານ​ດັ່ງກ່າວ​ກໍ່​ປະ­ມານ 1 ກິ­ ໂລ­ແມັດ ແຕ່ຫາກ​ຍ່າງ​ໄປ​ຈາກ​ບ້ານ​ເມືອງ​ຮຳໄປ​ຫາ​ຕາດ​ນັ້ນ​ກໍ່​ບໍ່​ໄກ ເພາະ​ມັນຈະ​ມີ​ທາງ​ລັດ, ທາງ​ເຂົ້າ​ໄປ​ເປັນທາງ​ດິນ​ແດງ ໂດຍ​ຈະ​ຕ້ອງ​ໄດ້ຍ່າງ​ຂ້າມ​ຂົວ​ໄປ​ອີກ​ບ່ອນ​ຫນຶ່ງປະ­ມານ 50 ແມັດ ຈິ່ງ​ຮອດ​ເຖິງວ່າ​ຈະ​ເປັນ​ຍາມ​ຮ້ອນ ແຕ່​ກໍ່​ຍັງ​ຮູ້ ສຶກ​ອົບ​ອຸ່ນ​ຢູ່ ເພາະ​ປ່າ­ໄມ້​ປົກ​ຄຸມໃນ​ເຂດ​ບໍ­ລິ­ເວນ​ອ້ອມ​ຮອບ​ນັບແຕ່​ທາງ​ເຂົ້າ​ຈົນ​ຮອດ​ນ້ຳ­ຕົກ ສະນັ້ນ ຈິ່ງ​ເຮັດ​ໃຫ້​ທ່ານ​ໄດ້​ຍ່າງ​ແບບສະ­ ບາຍ ພ້ອມ​ກິນ​ອາ­ກາດ​ສົດໆໄປ​ພ້ອມໆ​ກັນ.

ນ້ຳ­ຕົກ­ຕາດ​ເມືອງ​ຮຳ ເປັນສະ­ຖານ­ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບູລະ­ນະ​ສ້າງ­ສາ ຫລື ບຸກ­ເບີກ​ໃຫ້ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຄື​ກັນກັບ​ບ່ອນ​ອື່ນໆ​ເທື່ອ ສະ­ນັ້ນ ພາບທຳ​ມະ​ຊາດ​ກໍ່​ຍັງ​ຄົງ​ຄວາມ​ງົດງາມ​ຂອງ​ມັນ​ໄວ້​ໃຫ້​ທ່ານ​ທີ່​ຢາກໄດ້​ເຫັນ​ຕົນ​ໂຕ​ທີ່­ແທ້​ຈິງ​ຂອງ​ມັນວ່າ​ເປັນ​ແນວ­ໃດ ກໍ່​ຢາກ​ໃຫ້​ສຳຜັດ​ດ້ວຍ​ທ່ານ​ເອງ, ສົມ­ມຸດ​ຖ້າ ທ່ານ​ຂີ່​ລົດ​ຈາກ​ສະ­ຖາ­ນີ​ລົດ​ໂດຍສານ​ສາຍ​ເຫນືອ-ວຽງ​ຈັນ ໄປ​ສູ່ສະ­ຖາ­ນີ​ລົດ​ເມືອງ​ແກ່ນ​ທ້າວແລ້ວ­ໄປ​ຈອດ​ທີ່​ຄິວ​ລົດ​ຕະ­ຫລາດບ້ານ​ນາ​ກອກ ແລ້ວ​ຂີ່​ກາຍ​ບ້ານ ເມືອງ​ຮຳ​ໄປ ກໍ່​ຈະ​ມີ​ຂົວ​ຂ້າມທາງ​ແຍກ​ເບື້ອງ​ຂວາ​ແລ້ວ​ຍ່າງຕາມ​ທາງ​ດິນ​ແດງ​ເຂົ້າ​ໄປ​ສູ່​ຕາດເລີຍ. ( ຂີ່ລົດອອກຈາກບ້ານເມືອງຮຳປະມານ 2 ກິໂລແມັດກໍ່ຈະຮອດທາງເຂົ້າຕາດຮຳ, ຕາດຮຳສູງປະມານ30ແມັດ ກວ້າງປະມານ20ແມັດ ເຊີ່ງອ້ອມຮອບດ້ວຍກ້ອນຫີນນ້ອຍໃຫຍ່ ແລະຕົ້ນໄມ້ ເຮັດໃຫ້ອາກາດໃນຕາດແມ່ນເຢັນສະບາຍ)