ຕະຫລາດເກົ່າ

ຈາກ ວິກິພີເດຍ

ຕະຫລາດເກົ່າ: ຕັ້ງຢູ່ບໍລິເວນໃຈກາງເມືອງ ກົງກັນຂ້າມກັບສູນບໍລິການນັກທ່ອງທ່ຽວເມືອງປາກເຊເຖິງແມ່ນວ່າປະຈຸບັນຈະມີການເປີດ ຕະຫລາດໃຫມ່ຂຶ້ນໃກ້ກັບຂົວລາວŒຍີ່ປຸ່ນ ແຕ່ຊາວບ້ານສ່ວນໃຫຍ່ກໍຍັງມານິຍົມຈັບຈ່າຍໃຊ້ສອຍຢູ່ຕະຫລາດເກົ່າ ເພາະຕັ້ງຢູ່ໃຈກາງເມືອງ, ຊາວ ບ້ານຈະນຳສິນຄ້າພວກ (ຕ່ຳຜ້າພື້ນເມືອງ) ເຄື່ອງອຸປະໂພກ, ບໍລິໂພກຕະຫລອດຮອດຜັກແລະຫມາກໄມ້ມາວາງຂາຍ. ນອກຈາກ ນີ້ ບໍລິເວນຕະຫລາດເກົ່າຍັງມີຄິວລົດໂດຍສານ ວີໄອພີ ຈາກປາກເຊŒນະຄອນຫລວງວຽງຈັນໃຫ້ບໍລິການອີກດ້ວຍ ເຊິ່ງຈະອອກເວລາປະ ມານ 20ໂມງ ແລະ ຈະມາເຖິງວຽງຈັນປະມານ 6ໂມງເຊົ້າ.