ຕະຫລາດກາງຄືນ

ຈາກ ວິກິພີເດຍ

ຫາກ​ມີ​ໂອ­ກາດ​ໄປ​ໃນ ແຂວງ​ຫລວງ​ນ້ຳ​ທາ ບໍ່​ວ່າ​ຈະ​ໄປທ່ອງ​ທ່ຽວ, ຢາມ​ພີ່­ນ້ອງ, ເຮັດກິດ­ຈະ­ກຳ, ພົວ­ພັນ​ວຽກ​ງານທາງ​ດ້ານ​ໃດ​ກໍ່​ຕາມ ແມ່ນ​ແຕ່​ນັກສຶກ​ສາ​ນັບ​ຫລາຍ​ພັນ​ຄົນ​ທີ່​ເດີນ ທາງ​ກັບ​ບ້ານ​ໃນ​ຍາມ​ພັກ​ຮຽນຕ່າງ​ກໍ່​ມ່ວນ­ຊື່ນ​ກັບ​ການ​ໄດ້​ໄປເລາະ​ຕະ­ຫລາດ, ເຊິ່ງ​ແຕກ​ຕ່າງຈາກ​ບ່ອນ​ອື່ນ​ເພາະ​ມັນ​ເປັນ​ຕະຫລາດ​ກາງ­ຄືນ ທີ່​ຕັ້ງ​ຢູ່​ໃຈ­ກາງເມືອງ​ນັ້ນ​ກໍ່​ຄື ຕະ­ຫລາດ​ຂອງ ບ້ານ​ໂພນ​ໄຊນັ້ນ​ເອງ.

ພຽງ​ແຕ່​ທ່ານ​ເດີນ­ທາງ​ບໍ່​ໄກຈາກ​ເທດ­ສະ­ບານ​ເມືອງ​ ທ່ານ​ຈະພົບ​ກັບ​ຕະ­ຫລາດ​ໃນ​ຕອນ​ຄ່ຳເປັນ​ຈຸດ​ເດັ່ນ​ຂອງ​ຕະ­ຫລາດ​ກາງຄືນ​ມີ​ແມ່​ຄ້າ​ຊາວ​ຂາຍ​ທັງ­ຫລາຍຕ່າງ​ກໍ່​ອຶກ​ກະ​ທຶກ​ໃນ​ສະ­ຖານ ­ທີ່ແຫ່ງ​ນີ້ ເຊິ່ງ​ມີ​ຜູ້​ຄົນ​ເປັນ​ຈຳ­ນວນຫລາຍ​ໃຫ້​ຄວາມ​ສົນ­ໃຈ​ກັບ​ອາຫານ​ຄ່ຳ, ນັບ​ວ່າ​ເປັນ​ຈຸດ​ນັດ​ພົບຂອງ​ຄົນ​ສ່ວນ​ຫລາຍ​ກໍ່​ວ່າ​ໄດ້ ເພາະ​ເຂົ້າ​ມາ​ໃນ​ຕະ­ຫລາດ​ແຫ່ງນີ້ ເວົ້າ​ເລື່ອງ​ອາ­ຫານ​ການ​ກິນເກືອບ​ວ່າ​ຄົບ​ມີ​ທັງ​ອາ­ຫານ​ພື້ນບ້ານ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ຄົນ​ໃນທ້ອງ­ຖິ່ນ ແລະ ອາ­ຫານ​ຕ່າງ​ປະເທດ, ສຳ­ຄັນ​ຍັງ​ມີ​ອາ­ຫານ​ແບບລາວໆ​ຂອງ​ແຕ່​ລະ​ແຂວງ​ນຳ​ອີກ ເຊັ່ນ: ຕົ້ມ​ໄກ່­ລາດ (ຊຽງ​ຂວາງ) ປີ້ງ​ໄກ່­ນາ​ປົ່ງ (ສາ­ລະ​ວັນ), ເອາະ­ຫລາມ, ແຈ່ວ​ບອງ, (ຫລວງພະ​ບາງ) ຈົນ​ຮອດ​ກ້ອຍ​ປາ​ເປັນອາ­ຫານ​ຊັ້ນ​ດີ​ຂອງ​ແຂວງ​ຈຳ­ປາສັກ​ນຳ​ອີກ, ເຊິ່ງ​ມີ​ທັງ​ຊີ້ນ​ສັດ­ປ່າບາງ​ຊະ­ນິດ​ແມ່ນ​ແຕ່​ປາ​ເພ້ຍ, ປາພອນ ທີ່­ຢູ່​ທາງ​ຈຳ­ປາ​ສັກ​ກໍ່​ມີ ຖ້າ​ຫາກ​ທ່ານ​ໄດ້​ເຂົ້າ​ມາ​ໃນ​ຕະຫລາດ​ແຫ່ງ​ນີ້ ບໍ່​ຕ້ອງ​ເປັນ​ຫ່ວງວ່າ​ຈະ​ບໍ່​ໄດ້​ກິນ​ອາ­ຫານ​ຕາມ​ທີ່ຕົນ​ມັກ ເພາະ​ໃນ​ຕະ­ຫລາດ​ນີ້ ເຂົາເຈົ້າ​ມີ​ຮ້ານ​ອາ­ຫານ ແລະ ຕອບສະ­ຫນອງ​ໄດ້​ຕາມ​ທຸກ​ຄວາມຕ້ອງ­ການ​ທີ່​ທ່ານ​ສັ່ງ, ຢາກ​ກິນກ້ອຍ​ປາ​ເຄິງ​ທີ່​ຫາ​ໄດ້​ຍາກ​ໃນນະ­ຄອນ­ຫລວງ ຢູ່​ທາງ​ຫລວງນ້ຳ​ທາ​ນີ້​ກໍ່​ມີ ນອກ​ນັ້ນ ທ່ານ​ຍັງຈະ​ໄດ້​ລອງ​ຊິມ​ອາ­ຫານ​ແບບ​ດັ້ງເດີມ​ຂອງ​ເຂດ​ເມືອງ​ເຫນືອ​ອີກດ້ວຍ.

ຄົນ​ເລີ່ມ​ຫລາຍ​ຂຶ້ນ​ເລື້ອຍໆປານ​ວ່າ​ນົກ­ອ້ຽງ​ຊິ​ເຂົ້າ​ຮັງ, ຫົວເປັນ​ກ່ຳໆ​ຍ່າງ​ຈົນ​ຊິ​ຫລີກ​ກັນ​ບໍ່ມົ້ມ​ໃນ​ເວ­ລາ 4-8 ໂມງ​ແລງ ຈະ ມີ​ນັກ​ທ່ອງ​ທ່ຽວ, ຜູ້​ຄົນ​ສົນ​ລະວົນ.

ໃນ​ເມື່ອ​ກ່ອນ ກໍ່​ຍາກ​ທີ່​ຈະ​ຫາກິນ​ອາ­ຫານ​ແບບ​ພິ­ເສດ​ຄື​ຈັ່ງ​ຊີ້ ໄດ້​ໃນ​ເຂດ​ເມືອງ​ຫລວງ​ຂອງແຂວງ, ສ່ວນ​ໃຫຍ່​ຈະ​ເປັນ​ຍາມເຊົ້າ ເພາະ​ຜູ້​ຂາຍ​ຈະ​ວາງ​ຂາຍຕາມ​ແຄມ​ທາງ ແລະ ທ້ອງ​ຖະຫນົນ, ຕອນ​ນີ້ ພຽງ​ແຕ່​ທ່ານ​ເດີນທາງ​ບໍ່​ໄກ​ຈາກ​ຕົວ​ເມືອງ​ທ່ານສາ­ມາດ​ຕື່ມ​ເຕັມ​ຄວາມ​ອິດ​ຫິວຂອງ​ທ່ານ​ດ້ວຍ​ອາ­ຫານ​ທີ່​ແຊບຊ້ອນ ອັນ​ເປັນ​ເອ­ກະ­ລັກ​ດັ່ງ​ເດີມຂອງ​ປະ­ຊາ­ຊົນ​ໃນ​ເຂດ​ນັ້ນ ເຊິ່ງສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກທ່ອງ​ທ່ຽວ​ທີ່​ໄດ້​ເຂົ້າ​ມາ​ທ່ຽວ​ຊົມທີ່​ຜ່ານ​ຕາມ​ທາງ​ເລກ​ທີ 3 ອາການ​ປັບ­ປຸງ​ຖືກ​ລິ​ເລີ່ມ ໂດຍ​ທະນາ​ຄານ​ພັດ­ທະ­ນາ​ອາ­ຊີ ໃນ​ປີ 2008 ແລະ 2009 ເຊິ່ງ​ໄດ້​ຮັບການ​ຕອບ​ຮັບ​ຈາກ​ຄົນ​ໃນ​ທ້ອງຖິ່ນ ແລະ ຕ່າງ​ຊາດ​ເປັນ​ຢ່າງ​ດີ.