ຊາລີ ແຊັບປິນ
ຊາລີ ແຊັບປິນ Charlie Chaplin | |
---|---|
ເກີດ | 16 ເມສາ ຄ.ສ.1889 London England |
ເສຍຊີວິດ | 25 ທັນວາ ຄ.ສ. 1977 (88 ປີ) Vevey Switzerland |
ສັນຊາດ | ອັງກິດ |
ເປັນທີ່ຮູ້ຈັກຈາກ | ນັກສະແດງຕະຫຼົກ ຜູ້ກຳກັບຮູບເງົາ ໂປດິວເຊີ |
ສາດສະໜາ | ສາສະໜາຄິດ |
ຄູ່ສົມລົດ | Mildred Harris (1918-1920 ບຸດ 1 ຄົນ) Lita Gray (1924-1927 ບຸດ 2 ຄົນ) Paulette Goddard (1936-1942) Oona O'Neill (1943-1977 ບຸດ 8 ຄົນ) |
ເຊີຊາລສ໌ ສະແປນເຊີ ແຊັບປິນ ຈູເນຍ (ອັງກິດ: Sir Charles Spencer Chaplin, Jr.) ຫຼືຮູ້ຈັກກັນໃນຊື່ ຊາລີ ແຊັບປິນ (Charlie Chaplin) (16 ເມສາ ຄ.ສ. 1889 -25 ທັນວາ ຄ.ສ.1977) ແມ່ນນັກສະແດງຊາວສະຫະລາຊະອານາຈັກ ຜູ້ມີຊື່ສຽງທີ່ສຸດຄົນໜຶ່ງ ໃນຍຸກຕົ້ນຮອດຍຸກກາງ ຄິດສະຕະວັດທີ່ 20 ຂອງຮອລລີວູດ ອີກທັງຍັງເປັນຜູ້ກຳກັບຮູບເງົາ ເຊິ່ງມີຜົນງານໂດດເດັ່ນຫຼາຍເລື່ອງດ້ວຍກັນ ຕົວລະຄອນທີ່ເຂົາສະແດງເຊິ່ງມີຜູ້ຈົດຈຳໄດ້ຫຼາຍທີ່ສຸດຄື "ຄົນຈອນຈັດ" (The Tramp) ເຊິ່ງມັກປາກົດຕົວໃນລັກສະນະຄົນຈອນຈັດ ເຊິ່ງສວມເສື້ອນອກຄັບຕົວ ສວມກາງເກງແລະເກີບຫຼວມ ສວມໝວກດາບີຫຼືໝວກໂບເລີ ຖືໄມ້ເທົ້າເຊິ່ງເຮັດຈາກໄມ້ໄຜ່ ແລະໄວ້ໜວດ ຈຸ໋ມຈິ໋ມ ແຊັບປິນເປັນບຸກຄົນທີ່ມີຄວາມຄິດສ້າງສັນຫຼາຍທີ່ສຸດຄົນໜຶ່ງໃນຍຸກຮູບເງົບງຽບ ດັງຈະເຫັນໄດ້ຈາກການທີ່ເຂົາທັງສະແດງ ກຳກັບ ຂຽນບົດ ອຳນວຍການສ້າງ ຮວມໄປເຖິງປະພັນດົນຕີປະກອບໃນຮູບເງົາຂອງເຂົາເອງ
ຜົນງານບາງເລື່ອງຂອງເຂົາເຊັ່ນ The Great Dictator, Monsieur Verdoux ເຮັດໃຫ້ເຂົາຖືກໂຈມຕີວ່າແມ່ນຜູ້ນິຍົມລັດທິຄອມມິວນີສຕ໌ ເນື່ອງຈາກເຂົາມີຄວາມຄິດທາງການເມືອງທີ່ຂັດກັບລັດຖະບານ ນັ່ນເປັນເຫດຜົນທີ່ເຮັດໃຫ້ເຂົາຖືກສັ່ງຫ້າມອາເມລິກາອີກ.[1]
ປະຫວັດ
[ດັດແກ້]ຊີວິດໃນວັຍເດັກ
[ດັດແກ້]ຊາລີ ແຊັບປິນ (Charlie Chaplin) ເກີດທີ່ກຸງລອນດອນ ສະຫະລາຊະອານາຈັກ ເມື່ອວັນທີ່ 16 ເມສາ ຄ.ສ. 1889[2] ໂດຍພໍ່ຂອງແຊັບປິນ (ຊາລີ ແຊັບປີນ ຊີເນຍ) ເປັນນັກຮ້ອງແລະນັກສະແດງ ແມ່ຊື່ ລິລີ ຮາລີ (Lily Harley) ເປັນນັກສະແດງແລະນັກຮ້ອງໂອເປລາ ແຊັບປິນມີອ້າຍຕ່າງພໍ່ອີກຄົນຊື່ ຊິດນີ (Sydney) ພໍ່ແລະແມ່ຂອງແຊັບປິນຢ່າກັນຕັ້ງແຕ່ເຂົາຍັງເປັນເດັກໜ້ອຍ ເຊິ່ງທັງໝົດຮ່ວມຜະຈົນຊີວິດອັນຢາກລຳບາກມານຳກັນ ວັນໜຶ່ງແມ່ຂອງແຊັບປິນເຊິ່ງປ່ວຍເປັນໂຮກຫຼອດລົມອັກເສບ ຕ້ອງຫຍຸດການສະແດງກາງຄັນເພາະເຈັບຄໍ ບໍ່ມີສຽງ ຜູ້ຊົມຮ້ອງໂຫ່ບໍ່ພໍໃຈຢ່າງຫຼາຍ ຜູ້ຈັດການເວທີບໍ່ຮູ້ຈະແກ້ໄຂປັນຫາແນວໃດ ບັງເອີນມອງໄປເຫັນເດັກຊາຍແຊັບປິນ ຈຶງພາອອກມາແນະນຳຕົວຕໍ່ຜູ້ຊົມແລ້ວໃຫ້ແຊັບປິນສະແດງແທນແຊັບປິນຮ້ອງເພງແລະເຕ້ນລະບຳຕາມທີ່ແມ່ຫັດໃຫ້ໂດຍບໍ່ເຂີນອາຍ ການສະແດງຂອງເຂົາເປັນທີ່ຊື່ນຊອບຂອງຜູ້ຊົມຢ່າງບໍ່ຄາດຝັນ ແລະນັ້ນແມ່ນການສະແດງບົນເວທີຄັ້ງທຳອິດຂອງເຂົາແຕ່ເປັນຄັ້ງສຸດທ້າຍຂອງແມ່
ເມື່ອແມ່ບໍ່ສາມາດຍຶດອາຊີບນັກສະແດງໄດ້ຕໍ່ໄປ ຄວາມເປັນຢູ່ໃນຄອບຄົວກໍລຳບາກຂຶ້ນ ແຊັບປິນແລະອ້າຍຕ້ອງຂາຍຂອງແລະເຮັດງານຮັບຈ້າງຫາເງິນມາລ້ຽງຄອບຄົວ ໃນທີ່ສຸດແມ່ກໍເສຍຊິວິດ ເຂົາແລະອ້າຍຕ້ອງເຂົ້າໄປຢູ່ສະຖານສົງເຄາະເດັກອະນາຖາ
ແມ້ນປະສົບປັນຫາທາງການເງິນ ແຕ່ຄວາມຝັນຂອງແຊັບປິນກໍຍັງບໍ່ໝົດໄປ ທຸກມື້ຕອນແລງເຂົາຈະໄປຢ່າງເບິ່ງແຖວສຳນັກຈັດຫານັກສະແດງ ເມື່ອອາຍຸ 12 ປີ ແຊັບປິນໄດ້ງານສະແດງງານທຳອິດເປັນເດັກສົ່ງໜັງສືພິມຊື່ ບິນລີ້ (Billy) ໃນລະຄອນເລື່ອງ ເຊີລັອກ ໂຮມ ແລະໄດ້ງານຕໍ່ມາໃນເລື່ອງ Jim, The Romance of a Cockney ແລະເລິ່ມເປັນທີ່ຮູ້ຈັກ ແຊັບປິນໄດ້ເຂົ້າກຸ່ມນັກສະແດງທີ່ຊື່ The Eight Lancashire Lads ແລະໄດ້ຮັບຄວາມນິຍົມຫຼາຍຂຶ້ນຈາກຝີມືການເຕ້ນແທັບຂອງເຂົາ ເຊິ່ງພຽງຄັ້ງທຳອິດທີ່ແຊັບປິນໄດ້ອວດຝີມືໃນການສະແດງ ນັກວິຈານກໍຂຽນຊົມວ່າ ແຊັບປິນ ເປັນ...ດາລາທີ່ອະນາຄົດຈະສຸກໃສແນ່ນອນ
ເຂົ້າສູ່ວົງການສະແດງ
[ດັດແກ້]ແຊັບປິນໄດ້ມີໂອກາດເດີນທາງໄປອາເມລິກາໂດຍຮ່ວມໄປກັບຄະນະລະຄອນຂອງແຟດ ຄາໂນ ແລະໄດ້ຮັບການຕິດຕໍ່ໃຫ້ຮູບເງົາຂອງບໍລິສັດຄີສະໂຕນ ແຊັບປີນສ້າງຄວາມຊື່ນຊອບໃຫ້ແກ່ຜູ້ຊົມດ້ວຍພາບຂອງຕົວຕະຫຼົກທີ່ສວມເສື້ອຄັບ ກາງກາງຫຼວມ ເກີບຂະໜາດໃຫຍ່ ສວມໝວກໃບໜ້ອຍ ຄວງໄມ້ເທົ້າ ແລະຕິດໜວດແປງສີແຂ້ວເໜືອຮິມຝີສົບຮູບເງົາທຸກເລື່ອງຂອງແຊັບປິນເຮັດລາຍໄດ້ຢ່າງງົດງາມເປັນກ່າວຂວັນຕາມໜ້າໜັງສືພິມແລະຮ້ານກະເພ ຫຼັງຈາກທີ່ປະສົບຄວາມສຳເລັດທາງດ້ານການສະແດງ ແຊັບປິນກໍຂໍຂຽນບົດແລະກຳກັບການສະແດງເອງ
ຜົນງານເລື່ອງທຳອິດຂອງເຂົາຄືເລື່ອງ Caught in the Rain ໃນເວລາ 1 ປີ ບໍລີສັດຄີສະໂຕນກໍມີໜັງທີ່ແຊັບປິນສະແດງເຖິງ 35 ເລື່ອງ ແຕ່ລະເລື່ອງເຮັດລາຍໄດ້ສູງທັງສິ້ນ ໃນລະຫວ່າງນີ້ແຊັບປິນມີລາຍໄດ້ອາທິດລະ 200 ຫຼຽນ ເມື່ອສັນຢາຄົບ 1 ປີ ແຊັບປິນກໍລາອອກຈາກຄີສະໂຕນເພາະບໍລິສັດບໍ່ສາມາດຈ່າຍຄ່າຕອບແທນອາທິດລະ 1,000 ຫຼຽນຕາມທີ່ເຂົາຮຽກຮ້ອງໄດ້
ແຊັບປິນເຮັດງານກັບບໍລິສັດ ເອສຊັນເຊ ແລະມິວຊວນຟີມ ຕາມລຳດັບ ກັບບໍລິສັດຫຼັງນີ້ ເຂົາໄດ້ຄ່າຈ້າງອາທິດລະ 20,000 ຫຼຽນແລະເງິນໂບນັດອີກປີ ລະ 150,000 ຫຼຽນ ຄ່າຕົວຂອງແຊັບປິນຕື່ມປິລະ 1 ລ້ານ 2 ຫຼຽນ ເມື່ອເຮັດສັນຢາບໍລິສັດເຟີສ ເນຊັ່ນແນລ ໃນເວລານັ້ນແຊັບປິນກາຍເປັນມະຫາເສດຖີຫຍ້ອຍ ໆ ຄົນໜຶ່ງ ແລະກາຍເປັນອັດສະລິຍະສິລະປິນຂອງໂລກ
ຮູບເງົາຂອງແຊັບປິນ
[ດັດແກ້]ຕົວລະຄອນທີ່ມີຊື່ສຽງທີ່ສຸດຂອງແຊັບປິນຄື "ຄົນຈອນຈັດ" (The Tramp) ປາກົດຕົວຄັ້ງທຳອິດໃນຮູບເງົາເລື່ອງ Kid Auto Races at Venice (1914) ສ່ວນໜັງທີ່ສ້າງຊື່ສຽງໃຫ້ເຂົາຄື The Kid (1921) ,City Light (1931) ,Modern Times (1936) ແລະ The Great Dictator (1940)
ຮູບເງົາງຽບຂອງແຊັບປິນ ບໍ່ແມ່ນຮູບເງົາຕະຫຼົກທຳມະດາ ແຕ່ເປັນຮູບເງົາທີ່ສະທ້ອນຄວາມຄິດທີ່ມີຕໍ່ສັງຄົມແລະມະນຸດ ໂດຍສະເພາະຄວາມຄິດທີ່ມີຕໍ່ສັງຄົມໃນລະບົບທຸນນິຍົມ ດັງຈະເຫັນໄດ້ຈາກຜົນງານເດັ່ນ ໆ ເຊັ່ນ The Gold Rush ແມ່ນເລື່ອງຍຸກຄັ່ງຄຳໃນອາເມລິກາສະທ້ອນພາບຊີວິດຂອງຄົນອາເມລິກັນໃນຍຸກຕົ້ນຂອງລະບົບທຸນນິຍົມທີ່ສັງຄົມເຕັມໄປດ້ວຍການຍາດແຍ່ງແລະສວຍໂອກາດ ຄົນລວຍຍິ່ງລວຍຂຶ້ນ ໃນຂະນະທີ່ຄົນຈົນບໍ່ມີໂອກາດທີ່ຈະຍົກລະດັບຕົວເອງເລື່ອງ City Lights ຊີ້ເຖິງຜົນການເຕີບໂຕຂອງສັງຄົມ ເລື່ອງ Modern Times ສະແດງເຖິງຊີວິດສັງຄົມໃນສັງຄົມອຸສາຫະກຳທີ່ມີການແບ່ງງານກັນເຮັດຢ່າງເປັນລະບຽບເຄື່ອງຍົນກົນໄກຕ່າງ ໆ ໄດ້ຮັບການພັດທະນາ ໜັງປຽບທຽບໃຫ້ເຫັນວ່າມະນຸດຕົກຢູ່ພາຍໃຕ້ກົດເກນແລະລະບົບການເຮັດງານຂອງສິ່ງທີ່ມະນຸດປະດິດຂຶ້ນ.[3][4]
ປະພັນເພງແລະດົນຕີ
[ດັດແກ້]ນອກຈາກບົດບາດການສະແດງເປັນຕົວຕະຫຼົກຜູ້ຍິ່ງໃຫຍ່ໃນຍຸກຮູບເງົາງຽບແລ້ວ ແຊັບປິນຍັງໄດ້ແຕ່ງເພງປະກອບຮູບເງົາຕ່າງໆ ໄວ້ຫຼາຍເພງດ້ວຍກັນ ເຊັ່ນເພງ This is my song (ໃນຮູບເງົາເລື່ອງ The Countess From Hong Kong), ເພງ Smile (ໃນເລື່ອງ Modern Times),Sing a song (ເລື່ອງ The Gold Rush),Now that it’s ended, Mandolin Serenade, Without you, The spring song (ຈາກເລື່ອງ A King in New York) ແລະ Beautiful,Wonderful Eyes (ໃນ City Lights),Weeping Willows ເປັນຕົ້ນ
ຊາລີ ແຊັບປິນໄດ້ຮັບຮາງວັນອອສກາສາຂາດົນຕີປະກອບຍ່ຽມຈາກໜັງເລື່ອງ Limelight ໃນປີ ຄ.ສ. 1972
ຊີວິດສ່ວນຕົວແລະຄອບຄົວ
[ດັດແກ້]ແຊັບປິນບໍ່ປະສົບຄວາມສຳເລັດໃນເລື່ອງຄວາມຮັກ ເຂົາຜ່ານການຢ່າຮ້າງກັບນັກສະແດງດາລາສາວເຖິງ 3 ຄົນ ໄດ້ແກ່ ມິດເລດ ຮາຣີດ (ມີບຸດ 1 ຄົນ),ລິດຕາ ເກດ (ມີບຸດ 2 ຄົນ), ພາເລັດ ກັອດຕາ ຈົນມາພົບກັບ ອູນາ ໂອນີລ ເຊິ່ງເປັນການແຕ່ງງານຄັ້ງທີ່ 4 ຊີວິດຄອບຄົວມີຄວາມສຸກຢ່າງແທ້ຈິງ ມີບຸດທິດາຮວມທັງໝົດ 8 ຄົນ
ເອັດນາ ເພີວຽນ ນາງເອກຄູ່ບຸນທີ່ສະແດງຄູ່ກັບຊາລີຫຼາຍທີ່ສຸດເຖິງ 40 ເລື່ອງ ເອັດນາເປັນຮັກແຮກຂອງຊາລີກໍເປັນຮັກທີ່ບໍ່ສົມຫວັງເພາະວ່າຄວາມເຈົ້າຊູ້ຂອງຊາລີ ເຮັດໃຫ້ເຂົາຕ້ອງເຂົ້າພິທີແຕ່ງງານກັບມິດເລດ ຮາຣີດ ແຕ່ຢ່າງໃດກໍຕາມຊາລີແລະເອັດນາກໍເປັນເພື່ອນທີ່ດີຕໍ່ກັນສະເໝີມາ ເຖິງແມ້ນວ່າເວລາທີ່ຍຸກຂອງຮູບເງົາສຽງເຂົ້າມາແທນທີ່ຮູບເງົາງຽບ ເຮັດໃຫ້ເອັດນາບໍ່ມີງານສະແດງອີກແລະມີຊີວິດຄ່ອນຂ້າງຢາກລຳບາກ ແຕ່ຊາລີກໍມັກທີ່ຈະໃຫ້ໂອກາດນາງມາຮ່ວມສະແດງສາກສົມທົບເລັກໆ ໜ້ອຍໆ ໃນຮູບເງົາສຽງຍຸກຫຼັງຂອງເຂົາ ແລະຊ່ອຍເຫຼືອໂດຍສົ່ງເງິນເບ້ຍລ້ຽງໃຫ້ນາງໃຊ້ທຸກເດືອນຈົນກະທັ່ງເມື່ອນາງເສຍຊີວິດເມື່ອປີ 1958
ບຸດຂອງຊາລີ ແຊັບປິນ ໄດ້ແກ່ ເຈີລັນດີນ ແຊັບປິນ, ຊິດນີ້ ແຊັບປິນ, ໂຈເຊຟິນ ແຊັບປິນ, ວິກທໍເລຍ ແຊັບປິນ, ໄມເຄິລ ແຊັບປິນ, ຄຣິສໂຕເຟີ ແຊັບປິນ, ຍູຈີນ ແຊັບປິນ, ນໍມັນ ສະແປນເຊີ ແຊັບປິນ, ແອນເນັດ ເອມິລີ້ ແຊັບປິນ, ເຈນ ແຊັບປິນ
ຖືກວ່າເປັນລັດທິຄອມມິວນິສ
[ດັດແກ້]ໃນປີ 1940 ຊາລີ ແຊັບປິນສ້າງຮູບເງົາເລື່ອງ The Great Dictator ເປັນຮູບເງົາລໍ້ລຽນຮິດແລ ເປັນຮູບເງົາສຽງເລື່ອງທຳອິດຂອງຊາລີ ເຊິ່ງສອດແຊກຄວາມຄິດທາງການເມືອງຂອງເຂົາໄປດ້ວຍ ເປັນເລື່ອງຂອງຮິງເກລຜູ້ນຳຕະຫຼອດການແຫ່ງລັດໂທມາເນຍ ຜູ້ນຳທີ່ບ້າຄັ່ງອຳນາດແລະສົງຄາມແລະຄວາມຝັນສູງສຸດຄືການທີ່ຈະໄດ້ຄອງໂລກ ໂດຍເດີນເລື່ອງຄູ່ໄປກັບຊ່າງຕັດຜົມຊາວຍິວ ທີ່ໜ້າຕາຄືກັນກັບຜູ້ນຳຮິງເກລທີ່ເຄີຍໄປອອກຮົບໃນສົງຄາມໂລກຄັ້ງທີ່ໜຶ່ງແລະເມື່ອກັບມາກໍປ່ວຍຢູ່ໃນໂຮງໝໍໂຮກຈິດນັບສິບປີ ຈົນເມື່ອອອກມາຈາກໂຮງໝໍ ກໍພົບວ່າບ້ານເມືອງຂອງເຂົາພາຍໃຕ້ການປົກຄອງຂອງຮິງເກລ ບໍ່ໄດ້ເໝືອນເດີມອີກຕໍ່ໄປ
ແຊັບປິນໃນຂະນະນັ້ນເຖິງເປັນມະຫາເສດຖີແຕ່ກໍມີປັນຫາຢ່າງໜັກເລື່ອງທັດສະນະຄະຕິທາງການເມືອງ ໂດຍສະເພາະເຂົາກຳລັງຖືກຈັບຕາມອງຈາກລັດຖະບານອາເມລິກາໃນຂໍ້ຫາຝັກໃຝ່ລັດທິຄອມມິວນິສ.[5][6]
ໃນປີ 1947 ຊາລີ ແຊັບປິນ ໄດ້ສ້າງ ກຳກັບ ແລະສະແດງຮູບເງົາຂາວດຳອອກມາເລື່ອງ Monsieur Verdoux ແມ່ນຮູບເງົາຕະຫຼົກ ກ່ຽວກັບຄາດຕະກອນຕໍ່ເນື່ອງຊາວຝະລັ່ງ ບົດຮູບເງົາອ້າງອີງມາຈາກເລື່ອງຈິງ ຮູບເງົາເລື່ອງນີ້ບໍ່ໄດ້ຮັບຄວາມນິຍົມ ອີກທັງຍັງຖືກຕໍ່ຕ້ານຈາກຫຼາຍຝ່າຍໃນປະເທດສະຫະລັດອາເມລິກາ ທັງນີ້ເນື່ອງຈາກລັດຖະບານອາເມລິກາກ່າວຫາວ່າແຊັບປິນເປັນຝັກໃຝ່ຄອມມິວນິສ ອີກທັງກ່ອນທີ່ຮູບເງົາເລື່ອງຈະໄດ້ສາຍ ແຊັບປິນຖືກແກ້ງໂດຍຝ່າຍເຊັນເຊີຂອງລັດຖະບານອາເມລິກາແລະຈາກຄວາມຜິດຫວັງກັບປະເທດສະຫະລັດອາເມລິກາໃນຄັ້ງນີ້ ເຮັດໃຫ້ເຂົາຖືກໂຈມຕີວ່າເປັນຜູ້ນິຍົມລັດທິຄອມມິວນິສເນື່ອງຈາກເຂົາມີຄວາມຄິດທາງການເມືອງທີ່ຂັດແຍ້ງກັບລັດຖະບານ ນັ້ນເປັນເຫດຜົນທີ່ເຮັດໃຫ້ເຂົາພ້ອມກັບຄອບຄົວຕ້ອງຖືກສັ່ງອອກຈາກອາເມລິກາແລະຫ້າມເຂົ້າອາເມລິກາອີກ ໃນປີ 1952.[7][8]
ຊ່ວງບັ້ນປາຍຊີວິດ
[ດັດແກ້]ໃນປີ 1972 ຊາລີ ແຊັບປິນກັບມາຍັງສະຫະລັດອາເມລິກາອີກຄັ້ງໃນຮອບ 20 ປີ ເພື່ອມາໄດ້ຮາງວັນອອສກາກຽດຕິຍົດ (Academy Honorary Award) ໃນງານປະກາດຜົນຮາງວັນຄັ້ງທີ່ 44 ເຊິ່ງຄັ້ງທຳອິດແລະຄັ້ງດຽວໃນຊີວິດທີ່ໄດ້ຂຶ້ນຮັບຮາງວັນອອສກາດ້ວຍຕົນເອງ ເຂົາກ່າວຄຳຂອບໃຈທຸກຄົນທີ່ຍັງລະລຶກເຖິງເຂົາໄດ້ແລະເຂົາຮູ້ສຶກຊາບຊຶ້ງໃຈຫຼາຍຈົນກັ້ນນ້ຳຕາໄວ້ບໍ່ຢູ່ ທຸກຄົນໃນງານລຸກຂຶ້ນປົບມືໃຫ້ເຂົາດົນຫຼາຍຈົນເຖິງກັບບັນທຶກໄວ້ໃນສະຖິຕິຂອງການຈັດງານເລີຍວ່າເປັນການສະແຕນດິ້ງໂອເວຊັ່ນທີ່ຍາວທີ່ສຸດໃນປະຫວັດສາດຂອງອອສກາ.[9]
ຊ່ວງບັ້ນປາຍຊີວິດ ຊາລີ ແຊັບປິນ ອາໄສຢູ່ກັບອູນາແລະລູກໆ ທີ່ສະວິດເຊີແລນ ໃນປີ 1975 ເຂົາໄດ້ຮັບແຕ່ງຕັ້ງຈາກສົມເດັດພະລາຊິນີແຫ່ງອັງກິດໃຫ້ເປັນ ເຊີຊາລ ສະແປນເຊີ ແຊັບປິນ ຈູເນຍ (Sir Charles Spencer Chaplin, Jr.)
ຖັດມາອີກ 2 ປີ ໃນວັນຄຣິສມາສ 25 ທັນວາ 1977 ຊາລີ ແຊັບປິນ ເຖິງແກ່ກຳຢ່າງສະຫງົບ ປິດສາກອັດສະລິຍະນັກສະແດງດາວຕະຫຼົກລະດັບໂລກຜູ້ເປັນໄອດອລຂອງນັກສະແດງຫຼາຍໆ ຄົນ ໄປດ້ວຍວັຍ 88 ປີ.[10]
ໃນວັນທີ່ 1 ມີນາ ຄ.ສ. 1978 ໂລງສົບຂອງຊາລີ ແຊັບປິນ ຖືກຂຸດແລະຖືກຂະໂມຍໂດຍຄົນວ່າງງານ ຄື Roman Wardas ແລະ Gantcho Ganev ເພື່ອເອິ້ນຄ່າໄຖ່ຈາກພັນລະຍາຂອງຊາລີ ແຊັບປິນທັງຄູ່ຖືກຈັບຈາກການຮ່ວມມືຄັ້ງໃຫຍ່ຂອງຕຳລວດໃນເດືອນພຶດສະພາ ໂລງສົບຂອງຊາລີ ແຊັບປິນ ຖືກຄົ້ນພົບໃນສະໜາມຍ່າໄກ້ກັບໝູ່ບ້ານ Noville ແລະຖືກກັບມາຝັງໃໝ່ທີ່ສຸສານໃນເມືອງ Corsier ໂດຍຖືກລ້ອມຮອບດ້ວຍຄອນກີດເສີມໃຍເຫຼັກ
ອ້າງອີງ
[ດັດແກ້]- ↑ "ชาลี แชปปลิน ตำนานแห่งเสียงหัวเราะ". Archived from the original on 2013-06-23. Retrieved 2016-06-02.
- ↑ หัวร่อร่า น้ำตาริน: อนุสติจากชีวิตตลกเอกของโลก – ชาลี แชปลิน โดย ธีรภาพ โลหิตกุล
- ↑ ชาร์ลี แชปลิน: สุภาพบุรุษพเนจร โดย จิตรลดา อุดมประเสริฐกุล
- ↑ "Modern Times" บทเรียนเศรษฐศาสตร์ของชาลี แชปลิน[dead link]
- ↑ The Great Dictator - อย่าฟังคนบ้า จะพาไปตาย
- ↑ "The Great Dictator สยบเผด็จการด้วยเสียงหัวเราะ". Archived from the original on 2016-03-13. Retrieved 2016-06-03.
- ↑ หนังตลกที่ตลกไม่ออกของ ชาลี แชปลิน Monsieur Verdoux (1947)
- ↑ ข้อคิดจาก ตลกระดับโลก ชาร์ลี แชปลิน ในยุคแห่งความเกลียดชังในอเมริกา (ไทย)[dead link]
- ↑ รายการ แฟนพันธุ์แท้ 2013 เรื่อง ออสการ์ ครั้งที่ 2 ออกอากาศ 15 มีนาคม 2556
- ↑ รำลึก 122 ปี "ชาร์ลี แชปลิน" ราชาตลกสุดคลาสสิคผู้ยิ่งใหญ่ ที่อยู่ในใจคนทั้งโลก!! ค้นพบเมื่อ 8 กันยายน 2556