ຊັງດີຢົງ

ຈາກ ວິກິພີເດຍ
Cinderella (1911)

ຊັງດີຢົງ[1] (ຝຣັ່ງ: Cendrillon) ຫຼື ຊີນເດີເລລ້າ (ອັງກິດ: Cinderella) ຫຼື ສາວນ້ອຍຂີ້ເທົ່າ ແມ່ນເທບນິຍາຍທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງທົ່ວທັງໂລກ. ມີການດັດແປງເປັນຮູບແບບຕ່າງໆ ຫຼາຍກວ່າພັນເທື່ອ.[2] ເນື້ອເລື່ອງກ່ຽວກັບເດັກນ້ອຍສາວກຳພ້າຜູ້ນຶ່ງທີ່ຢູ່ໃນອຸປະຖຳຂອງແມ່ລ້ຽງກັບເອື້ອຍລ້ຽງສອງຄົນ ແຕ່ຖືກທາລຸນແລະໃຊ້ງານຢ່າງຂ້າຂ້ອຍ. ລຸນຫຼັງ ນາງໄດ້ພົບຮັກກັບເຈົ້າເມືອງຫຼືເຈົ້າຊາຍຜູ້ສູງສັກ.

ຕຳນານຊັງດີຢົງ ມີປາກົດໃນເທບນິຍາຍ ຫຼືນິທານພື້ນບ້ານປະເທດຕ່າງໆ ທົ່ວທັງໂລກໂດຍມີຊື່ຂອງໂຕເອກແຕກຕ່າງກັນອອກໄປ ແຕ່ວ່າສະບັບທີ່ມີຊື່ສຽງທີ່ສຸດເປັນຂອງນັກຂຽນຊາວຝະລັ່ງຊື່ ຊາກ ແປກໂລນ ໃນປີ ຄ.ສ. 1697 ເຊິ່ງອີງມາຈາກວັນນະຄະດີ ຈິອຳບັດຕິສະຕາ ເບຊິນ ເລື່ອງ La Gatta Cenerentola ໃນປີ ຄ.ສ. 1634. ໃນເລື່ອງນີ້ໂຕເອກມີຊື່ວ່າ ເອນລາ (Ella) ແຕ່ແມ່ລ້ຽງກັບເອື້ອຍໃຈຮ້າຍຂອງນາງພາກັນເອີ້ນນາງວ່າ ຊິນເດເລນລ້າ (Cinderella) ອັນໝາຍເຖິງ "ເອນລາຜູ້ເປື້ອນເປີ" ເຊິ່ງກາຍເປັນຊື່ເອີ້ນເທບນິຍາຍໃນໂຄງເລື່ອງນີ້ໂດຍທົ່ວໄປ.

ອ້າງອີງ[ດັດແກ້]

  1. ຈາກ ຝຣັ່ງ: Cendrillon ຊັງດຣີຢົງ
  2. แจ็ค ซิปส์, The Great Fairy Tale Tradition: From Straparola and Basile to the Brothers Grimm, น. 444, ISBN 0-393-97636-X
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ[ດັດແກ້]