ຄວາມຕ້ອງການ (ເສດຖະສາດ)
ຈາກ ວິກິພີເດຍ
(ໂອນມາຈາກ ຄວາມຕ້ອງການ)
ຄວາມຕ້ອງການ (demand) ແມ່ນ ແນວຄວາມຄິດຕົ້ນຕໍໜຶ່ງ ຂອງ ລະບົບ ເສດຖະກິດຕະຫຼາດ. ໃນ ເສດຖະກິດຕະຫຼາດ ຄວາມຕ້ອງການ ແລະ ການສະໜອງ ຖືກັນວ່າແມ່ນ 2 ປັດໃຈຫຼັກ ທີ່ ກຳນົດ ລາຄາ ສິນຄ້າ ໃນ ຕະຫຼາດ. ດັ່ງທີ່ສາມາດເຫັນໄດ້ ຈາກຮູບຮ່າງ ຂອງ ເສັ້ນໂຄ້ງຄວາມຕ້ອງການ ໂດຍທົ່ວໄປ ຖືກັນວ່າ ຄວາມຕ້ອງຈະໜ້ອຍລົງ ເມື່ອລາຄາສູງຂຶ້ນ ແລະ ເພີ່ມຂຶ້ນ ເມື່ອລາຄາຫຼຸດລົງ.