ຂົວໂກນເດນເກດ

ຈາກ ວິກິພີເດຍ
ຂົວໂກນເດນເກດ

ຂົວໂກນເດນເກດ (ອັງກິດ: Golden Gate Bridge) ແມ່ນຂົວຊຶ່ງທອດຍາວຂ້າມອ່າວຕອນເໜືອຂອງເມືອງຊານຟະລານຊິສະໂກ ລັດກາລິຟອກນີ ສະຫະລັດອາເມລິກາ. ກໍ່ສ້າງໃນຄາວຍາມປະທານປະເທດຟະແລງກະລິນ ດີ. ໂລສະເວນ ເມື່ອປີ ຄ.ສ. 1933. ແລ້ວສົມບູນໃນປີ ຄ.ສ. 1937. ຕອນກາງຂົວຍາວ 2.737,4[1] ແມັດ ກວ້າງ 27,4 ແມັດ ສູງກວ່າຊັ້ນນ້ຳທະເລ 67,1 ແມັດ. ມີທາງລົດ 6 ທາງ ລົດຂົນຂອງ 3 ທາງ ລົດໄຟ 2 ທາງ. ໃຊ້ງົບປະມານກໍ່ສ້າງປະມານ 35 ລ້ານໂດລາສະຫະລັດ.

ອ້າງອີງ[ດັດແກ້]

  1. Structurae, 31/10/2018.
  • Kevin Starr: Golden Gate: The Life and Times of America's Greatest Bridge (Bloomsbury Press, 2010) ISBN 978-1-59691-534-3, history of bridge by scholar Kevin Starr
  • Tad Friend: Jumpers: The fatal grandeur of the Golden Gate Bridge, The New Yorker, October 13, 2003 v79 i30 page 48
  • "Golden Gate Bridge Natural Frequencies", Vibrationdata.com, April 5, 2006

ແຫຼ່ງຂໍ້ມູນອື່ນ[ດັດແກ້]