ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ

ຈາກ ວິກິພີເດຍ
ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ ມອງຈາກຕະຫຼາດອຶນໂດຈີນໃນມຸກດາຫານ
ອີກມຸມໜຶ່ງຂອງຂົວ
ການປ່ຽນຈາກການຂັບຣົດທາງຊ້າຍມາເປັນທາງຂວາ

ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ ແມ່ນ ຂົວທີ່ເຊື່ອມຕໍ່ ແຂວງສະຫວັນນະເຂດ ຂອງ ລາວ ໃສ່ ຈັງຫວັດມຸກດາຫານ ຂອງໄທ. ຂົວດັ່ງກ່າວ ແມ່ນ ສ່ວນໜຶ່ງ ຂອງ ເສັ້ນທາງເສດຖະກິດຕາເວັນອອກຕາເວັນຕົກ ເຊິ່ງມີຄວາມຍາວທັງໝົດ 1450 ກິໂລແມັດ ທີ່ມີ ຈຸດເລີ່ມຕົ້ນຢູ່ ມຽນມ້າ, ຜ່ານໄທ, ລາວ ແລະ ສຸດຢູ່ ຫວຽດນາມ. ການພັດທະນາເສັ້ນທາງ ດັ່ງກ່າວ ແມ່ນ ນອນຢູ່ໃນຂອບວຽກ ການພັດທະນາເຂດອ່າງແມ່ນ້ຳຂອງ ນຳໂດຍ ທະນາຄານພັດທະນາອາຊີ.

ໃນການກໍ່ສ້າງ ມັນເປັນທີ່ໜ້າເສົ້າສະຫລົດໃຈ ທີ່ ມີ ທີ່ປຶກສາ, ວິສະວະກອນ ແລະ ກຳມະກອນ ເສຍຊີວິດ ລວມທັງໝົດ 9 ຄົນ (ຍີ່ປຸ່ນ, ຟິລິປິນ, ໄທ, ລາວ), ບາດເຈັບ 10 ຄົນ (ຍີ່ປຸ່ນ,​ໄທ, ລາວ) ແລະ ຫາຍສາບສູນ 1 ຄົນ (ລາວ) ໃນ ອຸປະຕິເຫດ ເມື່ອ ວັນທີ 27 ກໍລະກົດ ປີ 2005.

ຂົວດັ່ງກ່າວ ຄາດວ່າ ຈະສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນ ແລະ ລະຫວ່າງປະເທດ ທີ່ກ່ຽວຂ້ອງ. ​

ສະຖິຕິ[ດັດແກ້]

  • ຄວາມຍາວ : 2050 ແມັດ
  • ຄວາມກ້ວາງ : ທາງລົດ (4.25 ແມັດ) 2 ເລນ, ທາງຍ່າງ (1.5 ແມັດ) 2 ເລນ
  • ມູນຄ່າກໍ່ສ້າງ : ປະມານ 70 ລ້ານ ໂດລາສະຫະລັດ
  • ແຫລ່ງທຶນ : ເງິນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານຍີ່ປຸ່ນ ຕໍ່ ລັດຖະບານລາວ 4011 ລ້ານ ເຢັນ, ຕໍ່ລັດຖະບານໄທ 4079 ລ້ານ ເຢັນ
  • ໄລຍະກໍ່ສ້າງ : ທັນວາ ປີ 2003 ຫາ ທັນວາ ປີ 2006

ເບິ່ງຕື່ມ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]