ການສູ່ຂວັນ

ຈາກ ວິກິພີເດຍ

ສູ່­ຂວັນ ແລະ ບາ­ສີ ແມ່ນ​ພິ­ທີ­ກຳ​ທາງ​ຮີດ­ຄອງ​ປະ­ເພ­ນີ​ລາວ​ ເຊິ່ງ​ມີ​ມາ​ແຕ່ບູ­ຮານ​ນະ​ການ ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ ແຕ່​ໃຊ້​ບໍ່​ເໝືອນ​ກັນ ເພາະ​ຄຳ​ວ່າ​ສູ່­ຂວັນ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ທຳ​ມະ​ດາ​ສາ­ມັນ​ທົ່ວ​ໄປ ແຕ່​ຄຳ​ວ່າ​ບາ­ສີ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ຊັ້ນ​ສູງ​ທີ່​ມີ​ຖາ­ນະ​ຕຳ­ແໜ່ງ ເປັນ​ເຈົ້າ​ຄົນ​ນາຍ​ຄົນ ຫຼື ມີ​ຖາ­ນັນ­ດອນ​ສັກ​ເປັນ​ຜູ້​ໃຫຍ່​ໄມ້​ສູງ

ແຕ່​ມາ​ຮອດ​ປັດ­ຈຸ­ບັນ ຄຳ​ສັບ​ດັ່ງ­ກ່າວ​ສັບ­ປົນ​ຄົນ​ເລ ຖືກ​ບຸກ­ຄົນ​ຈຳ­ນວນ​ໜຶ່ງ​ໃຊ້​ຄວບ​ກັນ​ໂດຍ​ຮ້ອງ​ວ່າ ພິ­ທີ​ບາ­ສີ­ສູ່­ຂວັນ​ນຳ​ກັນ​ໄປ​ເລີຍ ໂດຍ​ສະ­ເພາະ​ໃນ​ບັດ​ເຊີນ​ກິນ​ດອງ​ຂອງ​ຄົນ​ຍຸກ​ນີ້ ມັກ​ຈະ​ໃຊ້​ຄຳ​ວ່າ “ບາ­ສີ­ສູ່­ຂວັນ ຈະ​ໄດ້​ຈັດ​ຂຶ້ນ...” ໝາຍ​ຄວາມ​ວ່າ ໃຊ້​ພ້ອມ​ກັນ​ທັງ​ສອງ​ໄປ​ເລີຍ ແລະ ກາຍ​ເປັນ­ຄວາມ​ເວົ້າ​ຍາວ​ຕື່ມ​ອີກ​ຄຳ​ໜຶ່ງ. ໃນ​ຄວາມ​ເປັນ​ຈິງ​ແລ້ວ ການ​ສູ່­ຂວັນ-ບາ­ສີ ແມ່ນ​ການ​ມັດ​ແຂນ​ດ້ວຍ​ຝ້າຍ​ສີ­ຂາວ​ບໍ­ລິ­ສຸດ ເປັນ​ຮີດ­ຄອງ​ປະ­ເພ­ນີ​ແຫ່ງ​ການ​ອວຍ­ພອນ​ທີ່​ບໍ່​ມີ​ຕົວ​ຕົນ ເພື່ອ​ໃຫ້​ຄວາມ​ມີ​ສີ​ລິ​ມົງ​ຄຸນ​ແກ່​ຜູ້​ທີ່​ຖືກ​ອວຍ­ພອນ ໄດ້​ບັນ­ລຸ​ຈຸດ­ປະ­ສົງ​ຕາມ​ທີ່​ປາດ​ຖະ​ໜາ ເຊັ່ນ: ຜູ້​ຈະ​ເດີນ­ທາງ​ໄປ​ຄ້າ ກໍ​ໃຫ້​ຊື້​ໄດ້​ຂາຍ​ໝານ ຜູ້​ເຈັບ​ໄຂ້ ກໍ​ໃຫ້​ສວ່າງ​ຫາຍ ຜູ້​ເປັນ​ນັກ­ຮຽນ-ນັກ​ສຶກ​ສາ ກໍ​ໃຫ້​ເສັງ​ໄດ້ ແລະ ອື່ນໆ.

ຕາມ​ປະ­ເພ­ນີ​ລາວ​ ການ​ສູ່­ຂວັນ​ຍັງ​ໃຊ້​ໃນ​ຫຼາຍ​ກໍ­ລະ­ນີ​ທີ່​ຕິດ​ພັນ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ລາວ ເປັນ­ຕົ້ນ ການ​ສູ່­ຂວັນ​ຂຶ້ນ​ເຮືອນ​ໃໝ່ ການ​ສູ່­ຂວັນ​ແຕ່ງ­ດອງ​ໃໝ່ ການ​ສູ່­ຂວັນ​ອອກ​ກຳ​ໃໝ່ ຄົນ​ເຈັບ​ໜັກ​ທີ່​ເຊົາ​ໃໝ່ ການ​ສູ່­ຂວັນ​ເລົ້າ​ເຂົ້າ ການ​ສູ່­ຂວັນ​ກວຽນ ການ​ສູ່­ຂວັນ​ງົວ-ຄວາຍ ການ​ສູ່­ຂວັນ​ຜູ້​ເຖົ້າ ການ​ສູ່­ຂວັນ​ໃນ​ໂອ­ກາດ​ວັນ​ຂຶ້ນ​ປີ​ໃໝ່ ການ​ບາ­ສີ​ພຣະ​ສົງ​ອົງ­ຄະ​ເຈົ້າ ການ​ບາ­ສີ​ແຂກ​ມາ​ຢ້ຽມ­ຢາມ ການ​ບາ­ສີ​ເຈົ້າ­ເມືອງ ເຈົ້າ­ແຂວງ-ລັດ­ຖະ­ມົນ­ຕີ ແລະ ຂັ້ນ​ສູງ​ອື່ນໆ​ມາ​ຢ້ຽມ­ຢາມ ເປັນ­ຕົ້ນ.

ການ​ສູ່­ຂວັນ-ບາ­ສີ ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ມີ​ການ​ເລົ່າ​ເອີ້ນ​ເຊີນ​ແຂກ ແລະ ຜູ້​ຄົນ​ເຂົ້າ​ຮ່ວມ​ຕາມ​ຈຳ­ນວນ​ພໍ​ເໝາະ ມີ​ພາ​ຂວັນ​ທີ່​ປະ­ກອບ​ດ້ວຍ​ໝາກ­ເບັງ​ທຳ​ຈາກ​ໃບ​ກ້ວຍ ທີ່​ພັບ​ໃຫ້​ເປັນ​ຈວຍ​ສິ­ລະ​ປະ​ງົດ​ງາມ ເອ້​ຢ້ອງ​ດ້ວຍ​ດອກ​ໄມ້​ສົດ​ທີ່​ຊອກ​ຫາ​ມາ​ໄດ້​ໃນ​ທ້ອງ­ຖິ່ນ ມີ​ຝ້າຍ­ຜູກ­ແຂນ​ສີ­ຂາວ​ບໍ­ລິ­ສຸດ​ສອດ​ໃນ​ໄມ້​ກ້ານ​ພ້າວ ສຽບ​ສັບ­ຫວ່າງ​ກັບ​ດອກ​ໄມ້ ເຮັດ​ໃຫ້​ເກີດ​ຄວາມ​ສວຍ​ງາມ ບຸກ­ຄົນ​ສຳ­ຄັນ ນອກ­ຈາກ​ເປັນ​ແຂກ​ເປົ້າ​ໝາຍ​ແລ້ວ ໝໍ­ພອນ​ກໍ​ເປັນ​ບຸກ­ຄົນ​ສຳ­ຄັນ​ໃນ​ການ​ສູດ​ພອນ ທຳ​ການ​ມັດ​ແຂນ​ເປັນ​ສີ​ລິ​ມຸງ­ຄຸນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ ຕິດ­ຕາມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຕ່າງ​ກໍ​ມັດ​ແຂນ​ໃຫ້​ແກ່​ແຂກ​ເປົ້າ​ໝາຍ. ໃນ​ຍຸກ​ປັດ­ຈຸ­ບັນ ຫຼັງ​ຈາກ​ມັດ​ແຂນ​ແລ້ວ ເພິ່ນ​ນິ­ຍົມ​ເຮັດ​ພາ­ເຂົ້າ​ສາ­ມັກ­ຄີ ແລະ ມີ​ການ​ມ່ວນ­ຊື່ນ​ຕາມ​ມາ ແຕ່​ຄາວ​ອະ­ດີດນັ້ນ ສູ່­ຂວັນ​ມັດ​ແຂນ​ແລ້ວ​ກໍ​ຖື​ວ່າ​ສິ້ນ​ພິ­ທີ ຢ່າງ​ດີ​ກໍ​ກິນ​ເຂົ້າ­ໜົມ​ເຂົ້າ​ຕົມ ຫຼື ຕົ້ມ​ໄກ່​ໃນ​ພາ​ຂວັນ​ນັ້ນ​ກໍ​ພໍ.

ຄຳ​ສູ່­ຂວັນ ຫຼື ເຊີນ​ຂວັນ​ຂອງ​ໝໍ­ພອນ ເບິ່ງ​ຕາມ​ເນື້ອ​ໃນ​ແລ້ວ ແມ່ນ​ການ​ປະ­ສົມ​ປະ­ສານ​ຄຳ​ເວົ້າ​ທີ່​ມາ​ຈາກ​ສາ­ສະ­ໜາ​ພຸດ ແລະ ສາ­ສະ­ໜາ​ພາມ ເປັນ​ຄຳ​ເວົ້າ​ທຳ​ມະ​ດາ​ແຕ່​ຈົບ­ງາມ ເພື່ອ​ອວຍ­ພອນ​ໃຫ້​ຄວາມ​ເປັນ​ສີ​ລິ​ມຸງ­ຄຸນ​ແກ່​ຊີ­ວິດ ກາຍ­ເປັນ​ຈິດ­ຕະ­ສາດ​ໜຶ່ງ​ທີ່​ເຮັດ​ໃຫ້​ຜູ້​ຖືກ​ໃຫ້​ພອນ​ມີ​ຄວາມ​ເຂັ້ມ­ແຂງ​ທາງ​ຈິດ­ໃຈ ແລະ ຕັ້ງ­ໜ້າ​ຕັ້ງ​ຕາ​ເອົາ­ໃຈ­ໃສ່​ກະ­ທຳ​ສິ່ງ​ທີ່​ດີ​ໃຫ້​ກັບ​ຕົນ​ເອງ ແລະ ສັງ­ຄົມ.