ການບໍລິຫານທີມງານ

ຈາກ ວິກິພີເດຍ

ການບໍລິຫານທີມງານ

  ໃນຊະພາວະທີ່ໂລກຄວາມປຽ່ນແປງຢ່າງວ່ອງໄວ ບໍ່ວ່າຈະເປັນດ້ານເສດຖະກິດ ການເມືອງ ຫຼືສັງຄົມເຮັດໃຫ້ອົງກອນທຸກແຫ່ງຕ້ອງມີຄວາມພ້ອມຕື່ນຕົວແລະເທົ່າທັນຢູ່ຕະຫຼອດເວລາ ຈຶ່ງຕ້ອງອາໃສຄວາມແຂງແກ່ນຂອງບຸກຄະລາກອນໃນຝ່າຍຕ່າງໆ ຮ່ວມມືກັນຊ່ວຍໃຫ້ອົງກອນຂັບເຄື່ອນໄປໄດ້ຢ່າງມີປະສິດທິ ພາບ ເປັນອົງກອນທີ່ເຂັ້ມແຂງ ແລະ ບັນລຸເປົ້າໝາຍສູງສຸດທີ່ຕັ້ງໄວ້.

1. ການເຮັດວຽກເປັນທີມ

  ມະນຸດປະກອບດ້ວຍ 2 ສ່ວນ ຄື ກາຍ ແລະ ໃຈຄົນທີ່ມີພຽງແຕ່ກາຍ ບໍ່ມີໃຈກໍ່ບໍ່ຕ່າງຫຍັງຈາກສົບເຊັ່ນດຽວກັນກັບການເຮັດວຽກ ຖ້າອົງກອນໃດນັ້ນໆ ພະນັກງານບໍ່ມີໃຈໃຫ້ກັບການເຮັດວຽກ ຜົນທີ່ອອກມາກໍ່ຍ່ອມເປັນໄປໄດ້ບໍ່ດີປານໃດ ສະນັ້ນກາຍກັບໃຈຈະຕ້ອງຄວບຄູ່ກັນໄປ
  ການເຮັດວຽກເປັນທີມ ຫຼື Team Working ປະກອບດ້ວຍຫຼັກການດັ່ງຕໍ່ໄປນີ້:
  T   Teach Trust   ຕ້ອງສອນ ແລະ ຕ້ອງສ້າງຊັດທາ
  E   Endurance Efficiency   ຕ້ອງມີຄວາມພາກພຽນ ແລະ ຕ້ອງມີປະສິດທິພາບ
  A   Accuracy Accountability   ຕ້ອງຖືກຕ້ອງ ຕ້ອງກວດສອບໄດ້
  M   Management   ຕ້ອງມີຄວາມສາມາດໃນການຈັດການ
  W   Willingness   ຕ້ອງເຕັມໃຈທຸ້ມເທ
  O   Orientation   ຕ້ອງມີການປະຖົມນິເທດ ທີມ ຫຼື ກຸ່ມ
  R   Respect   ຕ້ອງໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ
  K   Knowledge Keen   ຕ້ອງມີຄວາມຮູ້ ແລະ ເຊື່ອຖືໄດ້
  I    Intelligence   ຕ້ອງໃຊ້ປັນຍາ ແລະ ມີວິຈາລະນະຍານ
  N   Nurturance   ຕ້ອງເຂົ້າໃຈທຳມະຊາດຂອງມະນຸດ
  G   Generosity   ຕ້ອງຮູ້ຈັກການໃຫ້ອາໄພ

2. ການສ້າງທີມງານ

  ໂດຍພື້ນຖານແລ້ວ ມະນຸດເປັນສັດສັງຄົມຈຶ່ງຕ້ອງມີການພຶ່ງພາອາໃສ ຕິດຕໍ່ສື່ສານ ຊຶ່ງກັນ ແລະ ກັນເຫດຜົນໜຶ່ງກໍ່ຄື ຄວາມຈຳກັດທາງດານສະຕິປັນຍາ ແລະຄວາມສາມາດໃນການເຮັດກິດຈະກຳຕ່າງໆ ໃນການເຮັດວຽກແຕ່ລະປະເພດຕ້ອງການຄວາມສາມາດໃນຫຼາຍໆດ້ານມາລວມໂຕກັນເປັນກຸ່ມກ້ອນ ເຮັດວຽກເພື່ອໃຫ້ເປັນໄປຕາມວັດຖຸປະສົງຮ່ວມກັນ ເຮັດໃຫ້ຕ້ອງມີການເຮັດວຽກຮ່ວມກັນ ໂດຍສະເພາະໃນສັງຄົມປັດຈຸບັນທີ່ມີການແຂ່ງຂັນກັນຢ່າງຮຸນແຮງ ຫຼືທີ່ເຮົາເອີ້ນວ່າ: “ທີມງານ”

3. ເງື່ອນໄຂການສ້າງຄວາມສຳເລັດໃນການເຮັດວຽກເປັນທີມ

  ບໍ່ວ່າການເຮັດວຽກຄົນດຽວ ຫຼື ການເຮັດວຽກເປັນທີມ ຍ່ອມເປົ້າໝາຍຂອງວຽກນັ້ນໆ ຫາກຜົນທີ່ອອກມາຈະມີຢູ່ສອງຢ່າງຄື: ປະສົບຄວາມສຳເລັດ ຫຼື ລົ້ມເຫຼວ ແຕ່ຄຳຕອບຢ່າງດຽວທີ່ເຮົາຕ້ອງການຄືຄວາມສຳເລັດ ມີເງື່ອນໄຂຫຼາຍປະການທີ່ຈະນຳພາທີມງານໄດ້ລິ້ມລົດຂອງຄວາມສຳເລັດເຊັ່ນທີ່ໄດ້ວາງໄວ້.
  ນະໂຍບາຍ: ໃນແຕ່ລະອົງກອນຈະດຳເນີນງານໄປໄດ້ດ້ວຍດີ ຈະຕ້ອງມີທັດສະນະຄະຕິທີ່ດີຕໍ່ວຽກ ຈະຕ້ອງມີນະໂຍບາຍທີ່ຊັດເຈນ ເພື່ອບອກທິດທາງໃນການດຳເນີນງານແລະໜ່ວຍງານໃນອົງກອນໃຫ້ເປັນທິດທາງດຽວກັນ ບໍ່ກະຈາຍອອກໄປຢ່າງບໍ່ມີລະບົບທັງນີ້ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ
  ທັດສະນະຄະຕິ: ສາມາຊິກໃນທີມງານຂອງອົງກອນ ຕ້ອງມີທັດສະນະຄະຕິຕໍ່ວຽກ ຕໍ່ຜູ້ຮ່ວມງານ ຕໍ່ອົງກອນ ໆລໆ ເຮັດໃຫ້ເກີດຄວາມຜູກພັນ ການທຸ້ມເທ ແລະຄວາມໄວ້ວາງໃຈໃນທີມງານ ເຮັດໃຫ້ມີບັນຍາກາດທີ່ດີສົ່ງເສີມຕໍ່ການເຮັດວຽກ
  ຄວາມສາມາດສະເພາະໂຕ: ທີມງານແຕ່ລະທີມ ເປັນການລວມຄົນເຮັດວຽກຫຼາຍຄົນມາເຮັດວຽກຮ່ວມກັນ ເຊິ່ງແຕ່ລະຄົນມາຈາກຕ່າງສະຖານທີ່ ຕ່າງຄວາມຄິດ ຕ່າງມີຄວາມສາມາດສະເພາະໂຕ ເປັນການນຳຂໍ້ດີຂອງຫຼາຍໆຄົນມາໃຊ້ໃຫ້ເປັນປະໂຫຍດກັບທີມ ໂດຍທຸກຄົນໃນທີມຈະຕ້ອງມີຄວາມສົນໃຈຮ່ວມກັນ ຫຼືມີຈຸດມຸ້ງໝາຍດຽວກັນ
  ການຍອມຮັບ: ການໄດ້ຮັບການຍອມຮັບຈາກພາຍໃນແລະພາຍນອກອົງກອນ ລວມໄປເຖິງການຍອມຮັບໃນຄວາມສາມາດແລະຄວາມຄິດເຫັນ
  ມາເຖິງບ່ອນນີ້ກໍ່ຕຽມຕົວຮັບຄວາມສຳເລັດຂອງທີມງານໄດ້ເລີຍ ແຕ່ຖ້າຜົນອອກມາກາຍເປັນອີກຢ່າງໄປ ກໍ່ຄິດຢ່າງຄົນທີ່ເບິ່ງໂລກໃນແງ່ດີວ່າ ເຮົາໄດ້ພົບກັບຜົນຂອງການເຮັດວຽກທີ່ນອກເໜືອໄປຈາກທີ່ຄົນທົ່ວໄປພົບ ເຮົາບໍ່ປະສົບຄວາມສຳເລັດ ແຕ່ກໍ່ບໍ່ລົ້ມເຫຼວ ເພາະເຮົາພົບກັບແບບເຝິກຫັດສູ່ຄວາມສຳເລັດຕ່າງຫາກ.

4. ອຸປະສັກຂອງການເຮັດວຽກເປັນທີມ

  ກວ່າຈະສ້າງທີມງານກໍ່ເວົ້າໄດ້ວ່າມັນບໍ່ແມ່ນເລື່ອງງ່າຍເລຍ ແຕ່ຈະປະສົບຄວາມສຳເລັດນັ້ນຍິ່ງຍາກກວ່າ ໃນການເຮັດວຽກທຸກຢ່າງ ເຖິງວ່າຈະມີການວາງແຜນໄວ້ເປັນຢ່າງດີກໍ່ຕາມ ຕ້ອງມີອຸປະສັກແນ່ ບໍ່ຫຼາຍກໍ່ໜ້ອຍ ການເຮັດວຽກເປັນທີມທີ່ປະກອບດ້ວຍຄົນຈຳນວນຫຼາຍກໍ່ໜີບໍ່ພົ້ນອຸປະສັກເຊັ່ນກັນ ອຸປະສັກທີ່ພົບຕະຫຼອດຂອງການເຮັດວຽກມີຄື:

- ຂາດການສື່ສານທີ່ຊັດເຈນ - ການປົກປິດການຜິດພາດທີ່ເກີດຈາກການເຮັດວຽກ ແລະ ຫຼີກຫຼ່ຽງທີ່ຈະປະເຊີນໜ້າກັບປັນຫາ - ແຂ່ງຂັນຊິງດີຊິງເດັ່ນກັນພາຍໃນທີມ - ຄວາມສຳພັນລະຫວ່າງຫົວໜ້າກັບລູກນ້ອງໃນທີມທີ່ຂັດແຍ່ງກັນຫຼືບໍ່ສົ່ງເສີມກັນ - ຂາດການວາງແນວທາງທີ່ຈະໃຊ້ໃຫ້ເປັນປະໂຫຍດໃນການທີ່ຈະສົ່ງເສີມການກ້າວໜ້າຂອງສະມາຊິກ - ຂາດການປະເມີນຜົນການເຮັດວຽກຂອງທີມ

  ເລື່ອງບາງເລື່ອງ ບາງທີເຮົາອາດເບິ່ງວ່າມັນເປັນສິ່ງເລັກໆ ນ້ອຍໆ ຈົນບໍ່ເຫັນຄວາມສຳຄັນ ມື້ໃດມື້ໜຶ່ງ ສິ່ງນ້ອຍໆເຫຼົ່ານັ້ນອາດຂະກາຍມາເປັນອຸປະສັກໄດ້ແຕ່ຖ້າເຮົານຳມາເປັນຂໍ້ສັງເກດ ເພື່ອຫາຈຸດອ່ອນ ແລະເສີມຈຸດແຂງ ອຸປະສັກທີ່ວ່າກໍ່ກາຍເປັນເຮື່ອງເລັກໆນ້ອຍໆ ທີ່ພັກດັນໃຫ້ທີມງານຂອງເຮົາປະສົບຄວາມສຳເຮັດໄດ້.