ການຈັດການການຜະລິດແລະການດຳເນີນງານ

ຈາກ ວິກິພີເດຍ

ການຈັດການການຜະລິດແລະການດຳເນີນງານ[ດັດແກ້]

ໂດຍທຸລະກິດໃນຍຸກໃໝ່ຈະຕ້ອງເສີມສ້າງທຸລະກິດຂອງຕົນ ໃຫ້ໄດ້ປຽບໃນການແຂ່ງຂັນໂດຍການຕອບສະໜອງຄວາມຕ້ອງການ ຂອງລູກຄ້າເປົ້າໝາຍໃນແຕ່ລະສ່ວນການຕະຫຼາດໄດ້ເປັນຢ່າງດີ


ການຈັດການການດຳເນີນງານ[ດັດແກ້]

ການຈັດການການຜະລິດແລະການດຳເນີນງານຈະເອີ້ນຍໍ່ໆວ່າ

ການຈັດການດຳເນີນງານ(Operation management) ຫຼື

ໃຊ້ຄຳຍໍ່ວ່າ OM ໝາຍຄວາມວ່າ ກະບວນການອອກແບບດຳເນີນງານ

ແລະການປັບປຸງລະບົບທີ່ຜະລິດແລະນຳສົ່ງຜະລິດຕະພັນ

ແລະບໍລິການຫຼັກຂອງກິດຈະການໄປຍັງລູກຄ້າ

ດັງນັ້ນ OM ຈຶ່ງເປັນໜ້າທີ່ພື້ນຖານຂອງອົງກອນທຸກປະເພດ

ບໍ່ວ່າຈະເປັນອົງກອນຫວັງຜົນກຳໄລ ຫຼື ອົງກອນບໍ່ຫວັງຜົນກຳໄລກໍ່ຕາມ.


ການຕັດສິນໃຈກ່ຽວກັບໜ້າທີ່ດ້ານ OM[ດັດແກ້]

ສາມາດຈຳແນກໄດ້ເປັນ 3 ດ້ານ ໄດ້ແກ່

1. ການຕັດສິນໃຈດ້ານເຕັກນິກ ຊຶ່ງເປັນການຕັດສິນໃຈໃນໄລຍະຍາວ (Strategic decisions)

2. ການຕັດສິນໃຈດ້ານດຳເນີນງານ (Operating decisions)

3. ການຕັດສິນໃຈດ້ານການຄວບຄຸມ (Control decisions)


ໜ້າທີ່ຂອງອົງການທຸກປະເພດ ຄື ການບໍລິການ[ດັດແກ້]

ແນວຄິດການເບິ່ງທຸລະກິດໃນປັດຈຸບັນນີ້ເລີ່ມມີການມອງວ່າອົງກອນທຸກຊະນິດລ້ວນແລ້ວແຕ່ເປັນອົງກອນບໍລິການທັງໝົດ

ບໍ່ວ່າຈະເປັນທຸລະກິດທີ່ຜະລິດສິ່ງຈັບຕ້ອງໄດ້(Manufacturing firms) ເຊັ່ນ ບໍລິສັດຜະລິດລົດຍົນ ຫຼື ທຸລະກິດໂຮງໝໍ

ລ້ວນແລ້ວແຕ່ເປັນທຸລະກິດບໍລິການທັ້ງສິ້ນ ໂດຍອາດແບ່ງແຍກອອກເປັນ 2 ປະເພດ ຄື ບໍລິການຫຼັກ(Core sevices)

ແລະບໍລິການເພີ່ມຄຸນຄ່າ(Value-added services)