Jump to content

ການກະຊິກຳ

ຈາກ ວິກິພີເດຍ

ການກະຊິກຳ ຫຼືການປູກຝັງຂອງຊາວບ້ານ ເມືອງນ້ອຍ ແມ່ນການເຮັດນາ, ເຊິ່ງເຮົາສາມາດຜະລິດໄດ້ເຖິງ 2 ລະດູການ ກໍ່ຄືລະດູແລ້ງ ແລະ ລະດູຝນົ, ສຳຫລັບລະດູແລ້ງພວກເຮົາຈະມີຄອງຊົນລະປະທານເພື່ອກັກເກັບນໍ້າເພື່ອການເຮັດນາໂດຍສະເພາະ. ເຊິ່ງຜົນການເກັບກ່ຽວມັນກໍ່ພຽງພໍກັບການດຳລົງຊີວິດ ແລະ ຍັງໄດ້ຂາຍເອົາເງິນເຂົ້າຄອບຄົວນຳອີກ. ສຳຫລັບລະດູຝນົການເຮັດນາມີຄວາມສະດວກສະບາຍ, ແຕ່ຖ້າຫາກປີໃດຝນົດີນາບາງຕອນທີ່ຢູ່ລຸ່ມກໍ່ຈະຖືກນໍ້າຖ້ວມ.

ລະດູຝນົເປັນໝ້າທີ່ຊາວບ້ານຫາກິນໄດ້ງ້າຍທີ່ສຸດ, ນັບຕັ້ງແຕ່ຫອຍກິນເຂົ້າກໍ່ຍັງສາມາດນຳມາເຮັດເປັນອາຫານໄດ້, ຂາຍໄດ້ ແລະ ຍັງມີຄຸນປະໂຫຍອີກຫລາຍໆຢ່າງ.

ສຳຫລັບຄອບຄົວທີ່ມີນາຢູ່ບຶງ ພາຍຫລັງການເກັບກ່ຽວເຂົາເຈົ້າໄດ້ພາກັນປູກພືດຜັກຕ່າງໆເພື່ອຂາຍເປັນສິນຄ້າເຊັ່ນ: ຜັກກາດນາ,ຜັກກາດຊອມ,ຜັກບົ້ງ, ຜັກຕີນໜີ, ຜັກກະລໍ່າ, ຜັກກາດຫໍ່ ແລະ ຜັກສະນິດອື່ນໆ ແລ້ວແຕ່ຄວາມເໜາະສົມກັບດິນຟ້າອາກາດ ແລະ ລະດູການ.

ສ່ວນຄອບຄົວທີ່ມີນາຢູ່ໂຄ້ກກໍ່ຈະປູກເຂົ້າໄຮ່ພ້ອມໆກັບການປູກພືດທີ່ມີຄວາມທົນຕໍ່ກັບຄວາມແຫ້ງແລ້ງຄຽງຄູ່ກັນໄປນຳເຊັ່ນ: ດອກດາວເຮືອງ, ໜາກຮຸ່ງ, ໜາກຖົ່ວ, ໜາກແຕງ ແລະ ປູກພືດກິນໜາກຊະນິດຕ່າງໆ.

ພ້ອມໆກັບການເຮັດການກະຊິກຳແລ້ວ ຊາວບ້ານຍັງໄດ້ພາກັນຂຸດໜອງລ້ຽງປາ ແລະ ລ້ຽງສັດປະເພດອື່ນໆໄປນຳເຊັ່ນ: ງົວ,ຄວາຍ, ແບ້, ເປັດ, ໄກ່

ອ້າງອີງ

[ດັດແກ້]