ກະສວຍອາວະກາດ

ຈາກ ວິກິພີເດຍ
ກະສວຍອາວະກາດ

ກະສວຍອາວະກາດ (ຄຳເຄົ້າ: ກະສວຍອາວກາສ; ໄທ: กระสวยอวกาศ; ອັງກິດ: space shuttle) ແມ່ນ ຍານອາວະກາດ ແບບໄປກັບ ທີ່ ສະຫະລັດອາເມລິກາຜະລິດ ແລະ ນຳໃຊ້ເປັນປະເທດທຳອິດໃນໂລກ. ປະຈຸບັນ ການສົ່ງ ນັກອາວະກາດ ຂອງ ອາເມລິກາ ຫລື ໂດຍ ອາເມລິກາ ໄປ ອາວະກາດ ຈະເຮັດ ໂດຍ ກະສວຍອາວະກາດນີ້. ກະສວຍອາວະກາດ ມີ ຮູບຮ່າງຄ້າຍຄືຍົນໃຫຍ່ ເຊິ່ງ ຈະຖືກ ສົ່ງໄປ ອາວະກາດ ໂດຍຕິດໃສ່ ກັບຈະຫລວດສົ່ງ. ກະສວຍອາວະກາດນີ້ ຈະກັບຄືນມາໂລກໄດ້ ໂດຍເວິ່ນລົງມາ ແລະ ສາມາດນຳໃຊ້ໄດ້ຫລາຍຄັ້ງ. ອັນນີ້ ຈະແຕກຕ່າງກັບ ລະບົບ ສົ່ງ ນັກອາວະກາດ ໂດຍ ຈະຫລວດ ແບບ ລັດເຊຍ ຫລື ອະດີດສະຫະພາບໂຊວຽດ ທີ່ ຈະຖິ້ມເລີຍ ແລະ ນັກອາວະກາດ ຕ້ອງກັບມາໂລກຄືນ ໂດຍນັ່ງຢູ່ໃນ ຫ້ອງເຫລັກຫ້ອຍຈ້ອງ ລົງມາ.